Civil Society Laos, all Lao CSOs in one place

ທີ 8 ກັນຍາ ວັນຮູ້ໜັງສືໂລກ

ວັນທີ 8 ເດືອນກັນຍາຂອງທຸກໆປີ ເປັນວັນຮູ້ໜັງສືໂລກ, ຫລາຍພາກສ່ວນບໍ່ວ່າຈະເປັນລັດຖະບານ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງກັບການສຶກສາ ໄດ້ສະເຫຼີມສະຫຼອງ ແລະ ໃຫ້ຄວາມສຳຄັນຕໍ່ການສຶກສາ, ໄດ້ສະແດງໃຫ້ເຫັນເຖິງການປັບປຸງອັດຕາການຮູ້ຫນັງສືຂອງໂລກ ແລະ ຍັງສະແດງໃຫ້ເຫັນສິ່ງທ້າທ້າຍການຮູ້ຫນັງສືຂອງໂລກ. ບັນຫາການຮູ້ຫນັງສືແມ່ນສ່ວນຫນຶ່ງທີ່ສໍາຄັນໃນການບັນລຸເປົ້າຫມາຍຂອງການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ ທີ່ໄດ້ວາງວາລະຄາດໝາຍຮອດປີ 2030.

ເປົ້າຫມາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດໄດ້ຖືກຮັບຮອງເອົາໂດຍຜູ້ນໍາໃນໂລກໃນເດືອນກັນຍາປີ 2015 ຜ່ານມາ ຊຶ່ງໃນນີ້ໄດ້ເນັ້ນສົ່ງເສີມການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ການຮຽນຮູ້ຕະຫລອດຊີວິດ. ເປົ້າຫມາຍການພັດທະນາແບບຍືນຍົງທີ 4 ແມ່ນເປົ້າຫມາຍໜຶ່ງທີ່ວາງຄາດໝາຍສູ້ຊົນໃຫ້ໄວໜຸ່ມບັນລຸການຮຽນຮູ້ໜັງສືໃຫ້ທົ່ວເຖິງ ແລະ ຜູ້ໃຫຍ່ທີ່ຂາດທັກສະກໍສົ່ງເສີມໃຫ້ໄດ້ຮັບໂອກາດໃນການພັດທະນາທັກສະດັ່ງກ່າວ.

ຫົວຂໍ້ປີນີ້ແມ່ນ “ການຮູ້ຫນັງສື ແລະ ການພັດທະນາທັກສະ.” ເຖິງວ່າຈະມີທາອ່ຽງກ້າວຫນ້າ, ສິ່ງທ້າທາຍດ້ານການຮຽນຮູ້ກໍ່ຍັງມີຢູ່ ແລະ ໃນເວລາດຽວກັນ ຄວາມຕ້ອງການດ້ານທັກສະຕ່າງໆຕໍ່ການເຮັດວຽກກໍ່ຍັງເປັນສິ່ງທ້າທາຍ, ຫົວຂໍ້ປີນີ້ຄົ້ນຫາວິທີການເຊືອມສານພ້ອມໆກັບການສະຫນັບສະຫນູນການພັດທະນາການຮູ້ຫນັງສື ແລະ ທັກສະ, ເພື່ອປັບປຸງຊີວິດ ແລະ ການເຮັດວຽກຂອງປະຊາຊົນ ແລະ ປະກອບສ່ວນໃຫ້ແກ່ການພັດທະນາສັງຄົມໃຫ້ມີຄວາມຍືນຍົງ. ເນັ້ນໃສ່ທັກສະ ແລະ ຄວາມສາມາດທີ່ຈຳເປັນສຳລັບຄວາມຕ້ອງການຂອງການຈ້າງງານ, ວຽກເຮັດງານທໍາ, ແລະການດໍາລົງຊີວິດ, ໂດຍສະເພາະດ້ານທັກສະດ້ານວິຊາການ ແລະ ທັກສະດ້ານຈິຕອນ.