ໃນວັນທີ 25 ຫາ 27 ພຶກສະພາ ທີ່ໂຮງແຮງ ແລນມາກ ແມ່ຂອງລີເວີ້ໄຊ, ອົງກອນ ຂອດ (Cord) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານຄຸ້ມຄອງການເງິນທຶນຊ່ວຍເຫຼືອລ້າຂະໜາດນ້ອຍ. ການຝຶກອົບຮົມແມ່ນໄດ້ຮັບການສະຫນັບສະຫນູນຈາກ ແຜນງານ ເຊກາ (CEGGA). ເຊິ່ງການຝຶກອົບຮົມຄັ້ງນີ້ມີສະມາຄົມບໍ່ຫວັງຜົນກໍາໄລເຂົ້າຮ່ວມທັງໝົດ 17 ສະມາຄົມ, ໂດຍແມ່ນຄູຝຶກ ອຈ ວັນນະໄຊ ແລະ ອຈ ຈັນສະໝອນ ມາແລກປ່ຽນໃຫ້ຂໍ່ມູນກັບບັນດາສະມາຄົມເຊິ່ງໄດ້ເນັ້ນໜັກ ແລະ ລົງເລິກການຝຶກອົບຮົມກ່ຽວກັບການຄຸ້ມຄອງກອງທຶນ, ການຄຸ້ມຄອງສັນຍາ ແລະ ການຕິດຕາມງົບປະມານທີ່ຈັດຂື້ນກ່ອນໜ້ານີ້. ການຝຶກໃນຄັ້ງນີ້ຍັງໃຫ້ຄໍາແນະນໍາກ່ຽວກັບວິທີກະກຽມກ່ອນການປິດໂຄງການທັງໝົດ, ໃນຂັ້ນຕອນສຸດທ້າຍຂອງໂຄງການບົດລາຍງານທາງດ້ານການເງິນ ແລະ ການກວດສອບຂອງຜູ້ໃຫ້ທຶນຂະຫນາດນ້ອຍຂອງແຜນງານ ເຊກ້າ.