ໃນວັນທີ 14 ຫາວັນທີ 15 ເດືອນ ມິຖຸນາ ທີ່ໂຮງແຮງ ຄລາວພຼາຊ້າ ນະຄອນຫຼວງວຽງຈັນ, ອົງກອນ ຂອດ (Cord) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມແລກປ່ຽນຄວາມຮູ້ຄວາມຄິດເຫັນພາຍໃຕ້ແຜນງານ ສະປີລິດ (SPRIT). ກອງປະຊຸມຄັ້ງນີ້ແມ່ນໄດ້ມີສອງສະມະຄົມເຂົ້າຮ່ວມຄື: ສະມາຄົມພັດທະນາຊຸມຊົນເມືອງໂຂງ (ສພຊຂ) ແລະ ສະມາຄົມຊີວະນາໆພັນ (ສຊລ) ໂດຍມີ ທ່ານ ສົມພອນ ບົວສະຫວັນ, ຜູ້ຕາງໜ້າອົງກອນ ຂອດປະຈໍາ ສປປ ລາວ ແລະ ທ່ານ ຄ່າລອຊ ກາລາໂດ, ຜູ້ຕາງໜ້າພາກພື້ນ ຂົງເຂດອາຊີຕະເວັນອອກສຽງໃຕ້ ປະຈໍາອົງກອນ ຂອດ ໃຫ້ກຽດເຂົ້າຮ່ວມແລກປ່ຽນຄວາມຄິດເຫັນກັບສອງສະມາຄົມ. ກອງປະຊຸມຄັ້ງນີ້ແມ່ນເພື່ອກໍານົດການປ່ຽນແປງທີ່ສໍາຄັນຂອງໂຄງການເຊັ່ນ: ສິ່ງທີ່ເຮັດໄດ້ດີ ແລະ ເຮັດບໍ່ໄດ້ດີ, ເພື່ອເປັນການປັບປຸງ, ສະແດງຄວາມຄິດເຫັນ. ໂດຍໄດ້ເນັ້ນນັກເຖິງການມີສ່ວນຮ່ວມຂອງແຕ່ລະພາກສ່ວນ ແລະ ການປະກອບຄໍາຄິດເຫັນຂອງ ອົງກອນ, CFC & LA ໃສ່ໂຄງການ ເພື່ອປະກອບໃສ່ບົດສະເໜີໂຄງການໄລຍະຕໍ່ໄປ.