ອົງກອນ ຂອດ (Cord) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມຝຶກອົບຮົມການມີສ່ວນຮ່ວມທາງດ້ານນະໂຍບາຍ, ເຊິ່ງກອງປະຊຸມໄດ້ຈັດອອກເປັນ 2 ຮອບ, ຮອບທີ 1 ໃນວັນທີ 20 ຫາ 22 ມີຖຸນາ 2022 ແລະ ຮອບທີ 2 ໃນວັນທີ 27 ຫາ 29 ມີຖຸນາ 2022 ທີ່ໂຮງແຮງ ຄຼາວ ພຼາຊາ ນະຄອນຫຼວງວຽງຈັນ. ການຝຶກອົບຮົມແມ່ນໄດ້ຮັບການສະຫນັບສະຫນູນຈາກ ແຜນງານ ເຊກາ (CEGGA) ເຊິ່ງການຝຶກອົບຮົມຄັ້ງນີ້ມີສະມາຄົມບໍ່ຫວັງຜົນກໍາໄລເຂົ້າຮ່ວມທັງໝົດ 31 ສະມາຄົມ 17 ມາແຕ່ຕ່າງແຂວງ. ການຟຶກອົບຮົມຄັ້ງນີ້ແມ່ນໄດ້ຮັບ ອາຈານ ຕິ່ງທອງ ເພັດສະວົງ ແລະ ອາຈານ ດາລາວັນ ເພັດມະນີ ມາເປັນຄູຟຶກແລກປ່ຽນໃຫ້ຂໍ່ມູນກັບບັນດາສະມາຄົມເຊິ່ງໄດ້ເນັ້ນໜັກ ແລະ ລົງເລິກການຝຶກອົບຮົມກ່ຽວກັບການຍົກລະດັບຄວາມອາດສາມາດຂອງອົງການຈັດຕັ້ງສັງຄົມລາວເພື່ອການມີສ່ວນຮ່ວມທາງດ້ານນະໂຍບາຍເຊິີ່ງຈະໄດ້ແນໃສ່ 5 ຂະແໜງການທີີ່ແຜນງານເຊກ້າໄດ້ສຸມໃສ່ຄື: ຂະແໜງກະສິກໍາ ແລະ ການພັດທະນາຊົນນະບົດ (SDG1 & 2), ຂະແໜງການສຶກສາ (SDG4), ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິີ່ງແວດລ້ອມ (SDG 15 & 13), ຂະແໜງການສຸຂະພາບ ແລະ ໂພຊະນາການ (SDG3), ຂະແໜງການປູກຈິດສໍານຶກທາງດ້ານກົດໝາຍ ແລະ ສະໜັບສະໜູນຜູ້ໄດ້ຮັບຄວາມຮຸນແຮງທຸກຮູບແບບ ແລະ ການຄ້າມະນຸດ (SDG16).
ທີມງານ ຕ່າງແຂວງ ວັນທີ 20-22 ມີຖຸນາ
ທີມງານ ນະຄອນຫຼວງວຽງຈັນ ວັນທີ 27-29 ມີຖຸນາ