and to exchange the lesson learned on strategic planning and identify the approach to support each other in the future
ວັນທີ 18 ຫາ 22 ກໍລະກົດທີ່ຜ່ານມາ ອົງກອນ ຂອດ (Cord) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມຝຶກອົບຮົມການວາງແຜນຍຸດທະສາດ ພາຍໃຕ້ແຜນງານເຊກ້າ ທີ່ໂຮງແຮງ ຄຼາວພຼາຊ້າ. ເຊິ່ງກອງປະຊຸມໄດ້ຈັດອອກເປັນ 2 ຮອບ, ຮອບທີ 1 ໃນວັນທີ 18 ຫາ 19 ມີຖຸນາ ກຸ່ມອົງການຈັດຕັ້ງສັງຄົມນະຄອນຫຼວງວຽງຈັນ ແລະ ຮອບທີ 2 ໃນວັນທີ 22 ຫາ 21 ມີຖຸນາ ກຸ່ມ ກຸ່ມອົງການຈັດຕັ້ງສັງຄົມຈາກຕ່າງແຂວງ. ມື້ວັນທີ 22 ເປັນມື້ສຸດທ້າຍເຊິ່ງອົງການຈັດທຕັງທາງສັງຄົມທັງສອງກຸ່ມໄດ້ມາໂຮມໂຕກັນ ແລກປຽນຮຽນຮູ້ຈາກບົດຮຽນສອງມື້ທີ່ຜ່ານມາ. ການຝຶກອົບຮົມຄັ້ງນີ້ມີສະມາຄົມອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມທັງໝົດ 29 ສະມາຄົມ 13 ຈາກນະຄອນຫຼວງ ແລະ16 ຈາກຕ່າງແຂວງ. ການຟຶກອົບຮົມຄັ້ງນີ້ແມ່ນໄດ້ຮັບ ອາຈານ ຊາກິດ ແລະ ທີມງານມາເປັນຄູຟຶກແລກປ່ຽນໃຫ້ຂໍ່ມູນກັບບັນດາສະມາຄົມເຊິ່ງໄດ້ເນັ້ນໜັກ ແລະ ລົງເລິກການຝຶກອົບຮົມກ່ຽວກັບສ້າງຄວາມເຂົ້າໃຈ, ຄວາມສໍາຄັນຂອງການວາງແຜນຍຸດທະສາດແບບມີສ່ວນຮ່ວມ, ຮັບຮູ້ ແລະ ສາມາດນໍາໃຊ້ໂຄງສ້າງທີ່ສໍາຄັນຂອງການວາງແຜນຍຸດທະສາດ, ນໍາໃຊ້ຄໍາແນະນໍາ ແລະ ລາຍການກວດສອບເພື່ອປັບປຸງການວາງແຜນຍຸດທະສາດ, ປັບປຸງການຈັດຕັ້ງປະຕິບັດແຜນຍຸດທະສາດ ພ້ອມທັງແລກປ່ຽນບົດຮຽນໃນການວາງແຜນຍຸດທະສາດ ແລະ ກຳນົດທິດທາງເພື່ອໜູນຊ່ວຍເຊິ່ງກັນ ແລະ ກັນໃນອະນາຄົດ.