Civil Society Laos, all Lao CSOs in one place

ສະມາຄົມຄົນພິການແຫ່ງຊາດລາວ ສາຂາແຂວງຊຽງຂວາງ (ສພຊລ.ຊຂ)

Business

ສະມາຄົມຄົນພິການແຫ່ງຊາດລາວ ສາຂາແຂວງຊຽງຂວາງ (ສພຊລ.ຊຂ)

ປະເພດອົງກອນ ສະມາຄົມບໍ່ຫວັງຜົນກຳໄລ
ປີສ້າງຕັ້ງ 2020
ຂອບເຂດການເຄື່ອນໄຫວ ຊຽງຂວາງ
————–
ວິໄສທັດ

ຮັບປະກັນໃຫ້ຄົນເຈັບ-ພິການ ແລະ ຜູ້ອາຍຸສູງ ໄດ້ເຂົ້າເຖິງການບໍລິການສຸຂະພາບ
ແລະ ຟື້ນຟູໜ້າທີ່ການບໍລິການທີ່ມີຄຸນນະພາບ, ຍຸດຕິທຳ, ທົ່ວເຖິງ, ຫຼຸດ ຜ່ອນສິ່ງກີດຂວາງຕ່າງໆ
ແນໃສ່ໃຫ້ເຂົາເຈົ້າມີສຸຂະພາບແຂງແຮງ, ເຄື່ອນໄຫວໄປມາ-ເຂົ້າສັງຄົມ, ມີຊີວິດການເປັນຢູ່ກຸ້ມຕົນ
ເອງໃຫ້ໄດ້ຫຼາຍຂຶ້ນ, ຫຼຸດຜ່ອນການແບກຫາບຈາກຄອບຄົວ ແລະ ສັງຄົມ.

ເປົ້າໝາຍຫລັກ

1. ເປັນອົງການຈັດຕັ້ງທີ່ມີຄວາມຮູ້, ຄວາມເຂັ້ມແຂງດ້ານການຈັດຕັ້ງ,
ການນຳພາ, ການເຂົ້າເຖິງແຫຼ່ງທຶນສາມາດເປັນຕົວແທນດ້ານສິດທິ ແລະຜົນປະໂຫຍດ ສໍາລັບຄົນ
ພິການທຸກປະເພດ,ມີຄວາມຊ່ຽວຊານໃນຂະແໜງຄົນພິການ ແລະ ຖືກສັງຄົມຮັບຮູ້ຢ່າງທົ່ວເຖິງ.
2.ຄົນພິການສາມາດເຄື່ອນໃຫວໄປມາສູ່ສັງຄົມໄດ້ ແລະ ເປີເຊັນຂອງຄົນພິການຈະບໍ່ເພີ່ມຂື້ນ.
3.ບັນດາອົງການຈັດຕັ້ງທາງສັງຄົມ, ເອກະຊົນ,ພາກລັດ ແລະ ພາກສ່ວນອື່ນໆກ່ຽວຂ້ອງຮັບຮູ້,
ເຂົ້າໃຈບັນຫາທີ່ພົວພັນເຖິງສິດທິ,ຄວາມສະເໝີພາບ ແລະ ຄວາມສາມາດບົ່ມຊ້ອນ
ຂອງຄົນພິການທຸກປະເພດ; 4.ຄົນພິການເຂົ້າຮ່ວມໃນວຽກງານການປັບປຸງຊີວິດ
ການເປັນຢູ່ ແລະ ສ້າງລາຍຮັບດ້ວຍຕົນເອງ; 5.ບັນດານິຕິກຳ, ກົດໝາຍ ແລະ ນະໂຍບາຍຕ່າງໆ
ຂອງຄົນພິການໄດ້ຮັບການຈັດຕັ້ງປະຕິບັດຢ່າງທົ່ວເຖີງ ແລະ ສະເໝີພາບ.

ຂະແໜງການ ການສຶກສາ, ການສ້າງຂີດຄວາມສາມາດ, ບົດບາດຍິງຊາຍ, ປົກປ້ອງສັງຄົມ, ພັດທະນາຊຸມຊົນ, ສາທາລະນະສຸກ
ກຸ່ມເປົ້າໝາຍ

ຜູ່ທີ່ມີຄວາມເປັນພິການ ແລະ ບຸກຄົນທົ່ວໄປ

————–
ອຳນວຍການ

ທ່ານ:ຄໍາເພົາ ເທບພອນໄຊ ໂທ/ແອບ: 020 55661394
ອີເມວ: khamphao.ldpaxkh@gmail.com

ຜູ້ປະສານງານຫລັກ

ທ່ານ: ຄໍາແສງ ຈັນທະວົງສາ ໂທ/ແອບ: 020 22340349
ອີເມວ: khamseang.ldpaxkh@gmail.com

ຫ້ອງການ

ຫ້ອງການຕັ້ງຢູ່ບ້ານໂພນງາມໃຕ້ເມືອງ ແປກ ແຂວງຊຽງຂວາງ, ເຮືອນເລກທີ 135 ຖະໜົນ ໂພນງາມ
ໂທລະສັບ: 061 213690 ອີເມວ: ldpaxkhb@gmail.com ເວບໄຊ:https://www.facebook.com/ldpa.xiengkhouang/