Civil Society Laos, all Lao CSOs in one place

ສະມາຄົມ ຄົນພິການແຫ່ງຊາດລາວ (ສພຊລ) – ນະຄອນຫລວງວຽງຈັນ

Business

ສະມາຄົມ ຄົນພິການແຫ່ງຊາດລາວ (ສພຊລ) – ນະຄອນຫລວງວຽງຈັນ

ປະເພດອົງກອນ ສະມາຄົມບໍ່ຫວັງຜົນກໍາໄລ
ປີສ້າງຕັ້ງ 2001
ຂອບເຂດການເຄື່ອນໄຫວ ຄຳມ່ວນ, ຈຳປາສັກ, ຊຽງຂວາງ, ນະຄອນຫລວງວຽງຈັນ, ບໍລິຄຳໄຊ, ບໍ່ແກ້ວ, ຜົ້ງສາລີ, ສະຫວັນນະເຂດ, ສາລະວັນ, ຫລວງນ້ຳທາ, ຫລວງພະບາງ, ຫົວພັນ, ອັດຕະປື, ອຸດົມໄຊ, ເຊກອງ, ແຂວງວຽງຈັນ, ໄຊຍະບູລີ, ໄຊສົມບູນ
————–
ວິໄສທັດ

1. ສົ່ງເສີມ ແລະ ປົກປ້ອງເລື່ອງສິດທິ ແລະ ຜົນປະໂຫຍດຂອງຄົນພິການທຸກປະເພດ;
2. ເປັນຕົວແທນໃນການປູກຈິດສຳນຶກ ແລະ ເຜີຍແພ່ໃຫ້ຄວາມຮູ້ກ່ຽວກັບສິດທິແລະຄວາມສະເໝີພາບຂອງຄົນພິການແກ່ສັງຄົມຢ່າງທົ່ວ
ເຖິງ;
3. ສົ່ງເສີມ, ສະໜັບສະໜູນ ແລະ ອໍານວຍຄວາມສະດວກ ໃນການປັບປຸງຄຸນນະພາບຊີວິດຂອງຄົນພິການ;
4. ເຂົ້າຮ່ວມໃນຂະບວນການປັບປຸງການສ້າງນິຕິກຳ, ນະໂຍບາຍທີ່ພົວພັນເຖິງຄົນພິການ ແລະ ເຜີຍແຜ່ໃຫ້ກັບສັງຄົມ.

ເປົ້າໝາຍຫລັກ

1. ບັນດາອົງການຈັດຕັັ້ງທາງສັງຄົມ, ເອກະຊົນ, ພາກລັດ ແລະ ພາກສ່ວນອື່ນໆກ່ຽວຂ້ອງ ຮັບຮູ້, ເຂົ້າໃຈບັນຫາທີ່ພົວພັນເຖິງສິດທິ, ຄວາມ
ສະເໝີພາບ ແລະ ຄວາມສາມາດບົ່ມຊ້ອນຂອງຄົນພິການທຸກປະເພດ;
2. ຄົນພິການເຂົ້າຮ່ວມໃນວຽກງານການປັບປຸງຊີວິດການເປັນຢູ່ ແລະ ສ້າງລາຍຮັບດ້ວຍຕົນເອງ;
3. ສພຊລ ສູນກາງ ແລະ ຫ້ອງການສາຂາແຂວງມີຄວາມເຂັ້ມແຂງດ້ານການຈັດຕັ້ງ, ການນຳພາ, ການເຂົ້າເຖິງແຫຼ່ງທຶນແລະສາມາດເປັນ
ຕົວແທນດ້ານສິດທິ ແລະ ຜົນປະໂຫຍດ ສຳລັບຄົນພິການທຸກປະເພດ;
4. ສພຊລ ເປັນອົງການຈັດຕັ້ງທີ່ມີຄວາມຮູ້, ຄວາມຊ່ຽວຊານໃນຂະແໜງພິການ ແລະ ຖືກສັງຄົມຮັບຮູ້ຢ່າງທົ່ວເຖິງ.

ຂະແໜງການ ການສຶກສາ, ການສ້າງຂີດຄວາມສາມາດ, ການສ້າງລາຍຮັບ, ບົດບາດຍິງຊາຍ, ປົກປ້ອງສັງຄົມ, ສາທາລະນະສຸກ, ສິດທິມະນຸດ
ກຸ່ມເປົ້າໝາຍ

ຄົນພິການທຸກປະເພດ.

————–
ອຳນວຍການ

ທ່ານ ທອງຈັນ ດວງມະລາໄລ
ມືຖື: (+856)-(020)-2224 6241; ອີເມລ: thongchanh.ldpa@gmail.com

ຜູ້ປະສານງານຫລັກ

ທ່ານ ພອນແກ້ວ ລັດຕະນະວົງ
ມືຖື: (+856)-(020)-2247 1752; ອີເມລ: phonekeo.ldpa@gmail.com

ຫ້ອງການ

ບ້ານໂພນສະຫວ່າງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ.
ໂທລະສັບຫ້ອງການ: (+856)-(021)-562 963
ອີເມລ: info@ldpa.org.la
ເວັບໄຊທ໌: www.ldpa.org.la