Civil Society Laos, all Lao CSOs in one place

ສະມາຄົມ ປົກປ້ອງ ແລະ ສົ່ງເສີມທັກສະຊີວິດເດັກ

Business

ສະມາຄົມ ປົກປ້ອງ ແລະ ສົ່ງເສີມທັກສະຊີວິດເດັກ

ປະເພດອົງກອນ ສະມາຄົມບໍ່ຫວັງຜົນກໍາໄລ
ປີສ້າງຕັ້ງ 2008
ຂອບເຂດການເຄື່ອນໄຫວ ນະຄອນຫລວງວຽງຈັນ
————–
ວິໄສທັດ

1. ສະໜັບສະໜູນກິດຈະກຳນອກໂມງຮຽນຂອງໂຮງຮຽນກຸ່ມເປົ້າໝາຍ:
• ສະໜັບສະໜູນທາງດ້ານສຸຂະອານາໄມ (ກິດຈະກຳຖູແຂ້ວ ແລະ ລ້າງມື);
• ສະໜັບສະໜູນການຮັກສາສິ່ງແວດລ້ອມ(ການແຍກຂີ້ເຫຍື້ອຢ່າງຖືກວິທີ) ຂອງກຸ່ມໂຮງຮຽນເປົ້າໝາຍ;
• ສະໜັບສະໜູນອຸປະກອນ (ກິດຈະກຳສີນລະປະ ແລະ ກິລາ);
• ສະໜັບສະໜູນ ທາສີ( ຫ້ອງຮຽນ, ຫ້ອງສະໝຸດ, ຫ້ອງນໍ້າ);
• ກິດຈະກຳເຮັດສ່ວນຄົວ.
2. ສະໜັບສະໜູນການປົກປ້ອງເດັກ ແລະ ສົ່ງເສີມສິດທິເດັກຂອງກຸ່ມໂຮງຮຽນເປົ້າໝາຍ;
3. ສະໜັບສະໜູນການປະຕິບັດວຽກງານໂພຊະນາການ ແລະ ບົດບາດຍິງ - ຊາຍຂອງກຸ່ມເປົ້າໝາຍ (ໂຮງຮຽນ ແລະ ອາສາສະໝັກ).

ເປົ້າໝາຍຫລັກ

• ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ເດັກນ້ອຍຢູ່ໃນໂຮງຮຽນທີຂາດໂອກາດໃນການພັດທະນາຕົນເອງໃຫ້ເດັກໄດ້ມີການສ້າງຄວາມກ້າ
ຄິດ, ກ້າສະແດງອອກໃນການພັດທະນາຕົນເອງ, ຊ່ວຍເຫຼືອເດັກທີຂາດການຊຸກຍູ້ ແລະ ບໍ່ມີທ່າແຮງ.
• ເພື່ອເຮັດໃຫ້ມີກິດຈະກຳນອກໂມງຮຽນທີສ້າງສັນຢູ່ໃນໂຮງຮຽນ, ໃຫ້ເດັກໄດ້ຮຽນຮູ້ ແລະ ຝຶກທັກສະໃນການໃຊ້ຊີວິດຂອງຕົນຄ່ຽງຄູ່ກັບ
ການສຶກສາ
• ເພື່ອໃຫ້ນ້ອງນັກຮຽນໄດ້ຮູ້ຫຼັກວິທີກ່ຽວກັບສຸຂະອານາໄມ ແລະ ການຮັກສາສີງແວດລ້ອມ ຢ່າງຖືກຕ້ອງຕາມຫຼັກຂັ້ນຕອນ.
• ສົ່ງເສີມຄວາມຮູ້ຂອງເດັກທີມີໃຫ້ສັງຄົມໄດ້ຮັບຮູ້ ແລະ ສ້າງໃຫ້ເດັກໄດ້ຝຶກວິຊາຊີບທີເປັນຄວາມຮູ້ຂັ້ນພື້ນຖານໃນການມີບົດຮຽນໃໝ່ໆ
ເພື່ອໄປຜັນຂະຫຍາຍນຳໃຊ້ໃນຊີວິດປະຈຳວັນຂອງເຂົາເຈົ້າ.

ຂະແໜງການ ການສຶກສາ, ການສ້າງຂີດຄວາມສາມາດ, ສາທາລະນະສຸກ, ສິດທິມະນຸດ, ສິ່ງແວດລ້ອມ
ກຸ່ມເປົ້າໝາຍ

ເດັກຢູ່ໃນໂຮງຮຽນ, ເດັກນ້ອຍດ້ອຍໂອກາດ, ເດັກພິການ.

————–
ອຳນວຍການ

ທ່ານ ພອນໄຊ ອິນທະລືໄຊ, ປະທານ
ມືຖື: (+856)-(020)-5562 2203; ອີເມລ: dongsavathcenter@hotmail.com

ຜູ້ປະສານງານຫລັກ

ທ່ານນາງ ຊ້ອຍ ວົງນະລາດ
ມືຖື: (+856)-(030)-483 6588; ອີເມລ: zoyinthavong@gmail.com

ຫ້ອງການ

ຖະໜົນມິດຕະພາບລາວ-ໄທ, ຮ່ອມ 07, ບ້ານທົ່ງກາງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ.
ໂທລະສັບ: (+856)-(030)-570 6709
ອີເມລ: apren.offfice@gmail.com