Call For Proposal Information
Title
ສະຖານທູດຝຣັງປະກາດຮັບສະໝັກໂຄງການ 2020-2021
Description
ກອງທຶນ PISCCA ເປັນກອງທຶນທີ່ຈັດຕັ້ງປະຕິບັດໂດຍສະຖານທູດຝຣັ່ງ ປະຈຳ ລາວ ເພື່ອສະໜັບສະໜູນການເສີມສ້າງຄວາມສາມາດຂອງອົງການຈັດຕັ້ງທາງສັງຄົມຂອງລາວ.

ກອງທຶນດັ່ງກ່າວນີ້ ຈະສະໜັບສະໜູນບັນດາໂຄງການພັດທະນາທີ່ແນໃສ່ປະຊາຊົນຜູ້ດ້ອຍໂອກາດເປັນຜູ້ໄດ້ຮັບຜົນປະໂຫຍດ ແລະ ບັນດາຂໍ້ລິເລີ່ມການຈັດຕັ້ງການສົນທະນາປຶກສາຫາລື ແລະ ຂໍ້ລິເລີ່ມສະໜັບສະໜູນແນວຄວາມຄິດໃດໜຶ່ງໃນອົງການຈັດຕັ້ງທາງສັງຄົມ.
ທ່ານແມ່ນອົງການຈັດຕັ້ງທາງສັງຄົມຂອງລາວແມ່ນບໍ່ ? ທ່ານມີໂຄງການໃໝ່ທີ່ສ້າງສັນເພື່ອປັບປຸງຊີວິດການເປັນຂອງປະຊາຊົນຜູດ້ອຍໂອກາດແມ່ນບໍ່ ? ທ່ານຕ້ອງການຈັດຕັ້ງກິດຈະກຳສົນທະນາປຶກສາຫາລື ແລະ ການສະໜັບສະໜູນແນວຄວາມຄິດໃດໜຶ່ງຮ່ວມກັບນັກເຄື່ອນໄຫວຂອງອົງການຈັດຕັ້ງທາງສັງຄົມ ແມ່ນບໍ່ ?
📅
ກະລຸນາຍື່ນເອກະສານຂໍທຶນກ່ອນວັນທີ 31/08/2020.
ຂະແໜງການ
Community Development, Social Development
ຜູ້ທີ່ເໝາະສົມ
ອົງການຈັດຕັ້ງທາງສັງຄົມ, ອັງການຈັດຕັ້ງສາກົນ
ກິດຈະກຳ/ໂຄງການທີ່ເໝາະສົມ