Civil Society Laos, all Lao CSOs in one place

ໂຄງການທຶນຂະໜາດໜ້ອຍແຜນງານ CEGGA ເປີດຮັບສະໝັກແນວຄວາມຄິດເບື້ອງຕົ້ນຈາກອົງການຈັດຕັ້ງສັງຄົມ

Call for Proposal

Call For Proposal Information

Title
ໂຄງການທຶນຂະໜາດໜ້ອຍແຜນງານ CEGGA ເປີດຮັບສະໝັກແນວຄວາມຄິດເບື້ອງຕົ້ນຈາກອົງການຈັດຕັ້ງສັງຄົມ
Description
ສະບາຍດີບັນດາສະມາຊິກອົງການຈັດຕັ້ງທາງສັງຄົມ, ໂຄງການທຶນຂະໜາດໜ້ອຍແຜນງານ CEGGA ເປີດຮັບສະໝັກແນວຄວາມຄິດເບື້ອງຕົ້ນຈາກອົງການຈັດຕັ້ງສັງຄົມ/CEGGA Small Grants Call for Lao CSOs’ Project Ideas
ລາຍລະອຽດເອກະສານເພີ່ມເຕີ່ມດາວໂລດໄດ້ລຸ່ມນິ້:
  1. ຄູ່ມືສໍາລັບການໃຫ້ທຶນຂະໜາດນ້ອຍ ຂອງແຜນງານ CEGGA ດາວໂລດບ່ອນນິ້/CEGGA Small Grants Guideline (LAO) _draft 21 June 2019 Last updated-Lar-Ning-Lar
  2. ແຜນພັບ ແລະ ແຜນປ້າຍໂຄສະນາ (ພາສາລາວ) ດາວໂລດບ່ອນນິ້/brochure lao
  3. ແຜນພັບ ແລະ ແຜນປ້າຍໂຄສະນາ (ພາສາອັງກິດ/English) ດາວໂລດບ່ອນນິ້/Brochure English

ພິເສດ: ຂ່າວດີ ຄະນະຮັບຜິດຊອບຈັດຕັ້ງກອງປະຊຸມຂໍອະນຸຍາດແຈ້ງອີກຄັ້ງດ້ວຍວ່າ ອົງການ GIZ ໂດຍແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວນກົດໝາຍ ຫລື CEGGA ໂດຍໃຫ້ການສະໜັບສະໜູນຮ່ວມກັນຈາກ ສະຫະພາບເອີຣົບ (EU), ການຮ່ວມມື ເຢຍລະມັນ (DE) ແລະ ການຮ່ວມມື ເພື່ອການພັດທະນາປະເທດສະວິສເຊີແລນ (SDC) ເຊິ່ງຈະເປີດ ຮັບບົດສະເໜີໂຄງການ ຄັ້ງທີ ສອງ ໂດຍເລີ່ມຕົ້ນດ້ວຍການຂຽນບົດສະເໜີແນວຄວາມຄິດຂອງໂຄງການເບື້ອງຕົ້ນ – ມີຄວາມຍິນດີຂໍເຊີນອົງການຈັດຕັ້ງສັງຄົມເຂົ້າຮ່ວມກອງປະຊຸມເຜີຍແຜ່ໃນການຂຽນບົດສະເໜີຂໍທຶນເຊິ່ງມີຈຸດປະສົງເພື່ອ:
  1. ນໍາສະເໜີກົນໄກກ່ຽວກັບທຶນຊ່ວຍເຫຼືອຂະຫນາດນ້ອຍ ຂອງອົງການ GIZ ໃນແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ.
  2. ອະທິບາຍ ແລະ ໃຫ້ການສະຫນັບສະຫນູນການພັດທະນາແນວຄວາມຄິດໂຄງການເບື້ອງຕົ້ນ ແລະ ພ້ອມດຽວກັນນັ້ນ ກໍ່ເປັນເວທີໃນການຕອບຂໍ້ຄົງຄ້າງໃນການຍືນຂໍທືນ ແລະ ການຊ່ວຍເຫຼືອ.
  3. ແນະນໍາຂະບວນການການປະເມີນຄວາມຕ້ອງການຂອງຊຸມຊົນແບບມີສ່ວນຮ່ວມ.

ສືບເນື່ອງຈາກການປະກາດຮັບບົດສະເໜີຂໍທຶນ ຂອງແຜນງານ CEGGAກອງປະຊຸມເຜີຍແຜ່ຂໍ້ມູນກ່ຽວກັບການໃຫ້ທຶນຈະຈັດຂື້ນແບ່ງເປັນ 3 ຄັ້ງ ໃນ 3 ແຂວງ:ພາກກາງ  ແລະ ພາກເໜືອພາກໃຕ້  ເຊິ່ງລາຍລະອຽດມີດັ່ງລຸ່ມນີ້:
  1.  ນະຄອນຫລວງວຽງຈັນ : ສະຖານທີປະຊຸມໂຮງແຮມ ວຽງຈັນ ພລາຊ່າ; ວັນພະຫັດ – ວັນສຸກ ເຊິ່ງກົງກັບວັນທີ 23-24 ເດືອນ ມັງກອນ, 2020ສຳລັບຜູ້ທີ່ຕ້ອງການຢືນຢັນການເຂົ້າຮ່ວມກອງປະຊຸມ ກະລຸນາແຈ້ງຊ້າສຸດບໍ່ໃຫ້ກາຍວັນທີ 17  ເດືອນມັງກອນນີ້, 2020 ນິ້.
  2. ສໍາລັບ ນະຄອນຫລວງພະບາງ ແລະ ນະຄອນຈໍາປາສັກ ທາງຄະນະຈັດຕັ້ງກອງປະຊຸມມີແຜນຈະຈັດ ໃນອາທິດສຸດທ້າຍຂອງ ເດືອນດຽວກັນ ເປັນເວລາ  2 ວັນ ເຊິ່ງສະຖານທີປະຊຸມ, ວັນ ແລະ ເວລາແມ່ນຈະແຈ້ງໃຫ້ຊາບຕາມພາຍຫລັງ ແລະ ອີງຕາມການພິດຈາລະນາຈໍານວນການຍືນຍັນຂອງຜູ້ເຂົ້າຮ່ວມຕົວຈິງ ສະນັ້ນ ສຳລັບຜູ້ທີ່ຕ້ອງການຢືນຢັນການເຂົ້າຮ່ວມກອງປະຊຸມ ຢູ່ 2 ແຂວງດັ່ງກ່າວແມ່ນກະລຸນາແຈ້ງມາດ້ວຍ.

  • ສໍາລັບການລົງທະບຽນການເຂົ້າຮ່ວມ: ກະລຸນາຕິດຕໍ່ຜູ້ປະສານງານ ແລະ ຢືນຢັນການເຂົ້າຮ່ວມ: ນ. ມະນີນິນ ສີຫາພົມ
  • ອີເມລ: msihaphom@cord.org.uk ແລະ ໂທ ( 030 5151 009);

ຊື່ອົງກອນ
GIZ
Deadline
February 28, 2020
ຂະແໜງການ
Agriculture, Forestry & Fisheries, Community Development, Education, Health Care, Natural Resources & Ecology
ຜູ້ທີ່ເໝາະສົມ

ອົງການຈັດຕັ້ງສັງຄົມລາວທີ່ໄດ້ຮັບການຈົດທະບຽນຢ່າງຖືກຕ້ອງຕາມກົດໝາຍ

Lao CSOs that registered

ກິດຈະກຳ/ໂຄງການທີ່ເໝາະສົມ
  • ກະສິກຳ ແລະ ພັດທະນາຊົນນະບົດ/Agriculture and Rural Development
  • ການສຶກສາ/Education
  • ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ/Natural Resource and Environment
  • ສຸຂະພາບ ແລະ ໂພຊະນາການ/Health and Nutrition
  • ການສົ່ງເສີມຄວາມຮັບຮູ້ທາງກົດໝາຍ/ຊ່ວຍຜູ້ຕົກເປັນເຫຍື້ອຄວາມຮຸນແຮງ ແລະການຄ້າມະນຸດ/Legal Awareness Raising/Support to victims Of all forms of Violence and human trafficking
ຈຳນວນທຶນ

10,000 ຢູໂຣ-30,000 ຢູໂຣ

ແຫລ່ງຂໍ້ມູນເພີ່ມເຕີມ
ຊື່ຜູ້ຕິດຕໍ່
Manininh SIHAPHON
ເບີຕິດຕໍ່
030 5151 009
ທີ່ຢູ່ອີເມລ໌