Call For Proposal Information
Title
ໂຄງການທືນຂະໜາດນ້ອຍສຳລັບອົງການຈັດຕັ້ງສັງຂອງແຜນງານ CEGGA ເປີດຮັບສະໝັກແນວຄວາມຄິດເບື້ອງຕົ້ນ
Description
ສະບາຍດີສະມາຊິກອົງການທາງສັງຄົມ,
ພວກເຮົາຂໍແຈ້ງຂ່າວດີໃຫ້ທຸກທ່ານຊາບວ່າ: ໂຄງການທືນຂະໜາດນ້ອຍສຳລັບ
ສຳລັບອົງການຈັດຕັ້ງສັງຄົມ (CSO) ຂອງແຜນງານ
CEGGA ຈະໄດ້ເປີດຮັບບົດສະເໜີໂຄງການ. ກະລຸນາເບິ່ງຂໍ້ມູນລາຍລະອຽດເພີ່ມຕື່ມໃນການສະໝັກໄດ້ດັ່ງລຸ່ມນີ້:
ຖ້າຫາກວ່າອົງການໃດຫາກມີຄວາມສົນໃຈສາມາດຍືນບົດສະເໜີໂຄງການເປັນ
ພາສາອັງກິດ ຫລື ພາສາລາວໄດ້. ຫ້ອງການຂອງພວກເຮົາບໍ່ໄດ້ມີຮ່າງບົດສະເໜີໂຄງການໃຫ້ ແຕ່ສິ່ງທີ່ສຳຄັນແມ່ນ ກະລຸນາໃຫ້ທຸກທ່ານ ອ່ານຄຳຖາມແນະແນວທາງໃນການຂຽນບົດສະເໜີແນວຄວາມຄິດຂອງໂຄງການເບື້ອງຕົ້ນ ທີ່ຄັດຕິດມາພ້ອມ.
ຍັງມີອີກສິ່ງໜຶ່ງທີ່ຢາກຮຽນໃຫ້ທຸກທ່ານຊາບວ່າ ທາງທີມງານຂອງພວກເຮົາຈະໄດ້ຈັດ
ກອງປະຊຸມເຜີຍແຜ່ໃນການຂຽນບົດສະເໜີຂໍທືນຂື້ນຢູ່ທີ່ນະຄອນຫຼວງພະບາງ, ນະຄອນປາກເຊ ແລະ ນະຄອນຫຼວງວຽງຈັນ. ເພື່ອຕອບຂໍ້ຄົງຄ້າງໃນການຍືນຂໍທືນ ແລະການຊ່ວຍເຫຼືອໃນການຮ່າງບົດສະເໜີແນວຄວາມຄິດຂອງໂຄງການເບື້ອງຕົ້ນ. ເອກະສານເຊື້ອເຊີນແມ່ນຈະໄດ້ສົ່ງໃຫ້ໃນມໍໆ ນີ້.ສຳລັບທຸກໆ ຄຳຖາມທີ່ກ່ຽວພັນກັບຂັ້ນຕອນການເປີດຮັບສະໝັກບົດສະເໜີໂຄງການ ກະລຸນາຕິດຕໍ່ນຳທີມງານຂອງພວກເຮົາໄດ້ ທີ່ ອີເມວ:
cegga-smallgrants@giz.de ແລະ (ໂທ: 021 316651-3
ຂໍໃຫ້ທຸກທ່ານໂຊກດີ
ຂະແໜງການ
Agriculture, Forestry & Fisheries, Community Development, Education, Health Care, Natural Resources & Ecology
ຜູ້ທີ່ເໝາະສົມ
ອົງການຈັດຕັ້ງທາງສັງຄົມທີ່ລົງທະບຽນຖືກຕ້ອງຕາມກົດໝາຍ (ລາຍລະອຽດຂອງເງື່ອນໄຂ ອ່ານໃນໃນໃບປີວໂຄສະນາຂ້າງເທິງ)
ກິດຈະກຳ/ໂຄງການທີ່ເໝາະສົມ
ສຶກສາ, ສາທາ ແລະ ໂພຊະນາການ, ກະສິກຳ ແລະ ການພັດທະນາຊົນນະບົດ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກົດໝາຍ, ການຕ້ານການຄ້າມະນຸດ ແລະ ການຕ້ານການໃຊ້ຄວາມຮຸ່ນແຮງ
ຈຳນວນທຶນ
10 ພັນຢູໂຣ ຫາ 30 ພັນ ຢູໂຣ
ຊື່ຜູ້ຕິດຕໍ່
CEGGA Small Grants Team
ເບີຕິດຕໍ່
021 316651 – 3.