Civil Society Laos, all Lao CSOs in one place

ຝຶກອົບຮົມການເລົ່າເລື່ອງຜ່ານສື່ດີຈີຕໍ

Capacity Development Opportunity

Information of the organizer

ຊື່ອົງກອນ
ອົງການ ບ້ານຈຸດສຸມສາກົນ (VFI) ແລະ ອົງການ ໄອອາໄອ (IRI)
ປະເພດອົງກອນ
iNGO
ຊື່ຜູ້ຕິດຕໍ່
Emily Hussey
ທີ່ຢູ່ອີເມລ໌
ເບີຕິດຕໍ່

Information about the capacity development opportunity

Topic of CD to provide (Organizational Development)
Train the trainer
Title
ຝຶກອົບຮົມການເລົ່າເລື່ອງຜ່ານສື່ດີຈີຕໍ
Type of CD Opportunity
ຝຶກອົບຮົມ
Period
September 23, 2019 ຈົນຮອດ September 27, 2019
Province
Luang Prabang
ສະຖານທີ່
ມະຫາວິທະຍາໄລສຸພານຸວົງ, ແຂວງຫລວງພະບາງ
ລາຍລະອຽດ

ອົງການ ບ້ານຈຸດສຸມສາກົນ (VFI)  ແລະ ອົງການ ໄອອາໄອ (IRI) ຂໍເຊີນຊວນຜູ້ນຳຊາວໜຸ່ມລາວ (ໃນເກນອາຍຸ ລະຫວ່າງ 18 ຫາ 30 ປີ) ເຂົ້າຮ່ວມໃນການຝຶກອົບຮົມການເລົ່າເລື່ອງຜ່ານສື່ດີຈີຕໍ ເຊິ່ງຈະຈັດຂື້ນຢູ່ມະຫາວິທະຍາໄລສຸພານຸວົງ ໃນວັນທີ 23 – 27 ກັນຍາ 2019.


ການເລົ່າເລື່ອງຜ່ານສື່ດີຈີຕໍ ແມ່ນຫຍັງ?


ບົດເລື່ອງດີຈີຕໍແມ່ນ ບົດເລື່ອງທີ່ສັ້ນກະທັດຮັດ ສ້າງຂື້ນໂດຍການປະສົມປະສານການບັນທຶກ ການເລົ່າເລື່ອງດ້ວຍພາບນີ້ງ ແລະ ພາບເຄື່ອນ ໄຫວເຂົ້າກັນ ແລະ ປະກອບສຽງ ຫລື ເພັງເຂົ້າ ນຳ. ຄວາມຍາວຂອງເລື່ອງແມ່ນປະມານ 2 ຫາ 3 ນາທີ. ເປັນການເລົ່າເລື່ອງຂອງຄົນ, ເຫດ ການ ແລະ ບັນຫາຕ່າງໆທີ່ຜູ້ເລົ່າເລື່ອງມີຄວາມ ສົນໃຈເປັນພິເສດ. ການເລົ່າເລື່ອງຜ່ານສື່ດີຈີຕໍ ຈະເຮັດໃຫ້ຜຸ້ຊົມ ແລະ ຜູ້ຟັງເຫັນໄດ້ເຖີງ ເຫດການ, ສະຖານທີ່ ແລະ ຄົນໃນມຸມມອງ ໃໝ່ ແລະ ຮູ້ຈັກກັບພວກເຂົາເຈົ້າໃນທາງໃໝ່.


ມູນເພິ່ມເຕີມ:


ອົງການບ້ານຈຸດສຸມສາກົນ ຈະຮັບຜິດຊອບຄ່າໃຊ້ຈ່າຍໃນການເຂົ້າຮ່ວມຄ້າຍທັງໝົດ. ໃນນີ້ລວມທັງຄ່າເດີນທາງ, ທີ່ພັກ (ຖ້າຈໍາເປັນ) ແລະ ອາຫານ.


ໃນລະຫວ່າງການຝຶກອົບຮົມ ຜູ້ເຂົ້າຮ່ວມຈະໄດ້ຮັບແທັບເບັດທີ່ໄດ້ໂຫລດແອັບການເລົ່າເລື່ອງຜ່ານລະບົບດີຈີຕໍ ລວມທັງເຄື່ອງ ສາກທີ່ໃຊ້ພະລັງງານແສງອາທິດ. ຜູ້ເຂົ້າຮ່ວມບໍ່ຈຳເປັນຕ້ອງນຳເອົາຊອບແວ ຫລື ອຸປະກອນອັນໃດມາເພີ່ມອີກ.


ອົງການ ບ້ານຈຸດສຸມສາກົນ ຈະເຊີນຜູ້ເຂົ້າຮ່ວມທີ່ດີເດັ່ນໜື່ງຄົນເຂົ້າຮ່ວມກອງປະຊຸມສາກົນຂອງຊາວໜຸ່ມ ຢູ່ວໍຊິງຕັນດີຊີ.  ໂຄງການຊາວ ໜຸ່ມຂອງອົງການ ໄອອາໄອ ແມ່ນເຄືອຄ່າຍສາກົນຂອງອົງການຈັດຕັ້ງຊາວໜຸ່ມຫລາຍກວ່າ 400 ອົງການ ຕາງໜ້າ ໃຫ້ 70 ປະ ເທດທົ່ວໄລກ. ໃນກອງປະຊຸມຜູ້ເຂົ້າຮ່ວມຈະໄດ້ແລກປ່ຽນບົດເລື່ອງດີຈີຕໍ, ລວມທັງເຂົ້າເຖີງການຝຶກອົບຮົມຕ່າງໆ ໃນການສ້າງ ທັກສະ ແລະ ມີໂອກາດໃນການພັດທະນາອາຊີບ.

ພາສາ
Lao and Enlish
ແປພາສາ
Cost (if any)
free
ມາດຕະຖານຂອງຜູ້ເຂົ້າຮ່ວມ (ກຸ່ມເປົ້າໝາຍ)

ໃຜແດ່ສາມາດສະໝັກໄດ້:


ຊາວໜຸ່ມລາວ (ເກນອາຍຸ 18 ຫາ 30 ປີ) ທີ່ອາໄສຢູ່ຫຼວງພະບາງ, ເປັນນັກສຶກສາທີ່ກຳລັງສຶກສາຢູ່ທີ່ ມະຫາວິທະຍາໄລສຸພານຸວົງ ຫຼື ເປັນຊາວໜຸ່ມທີ່ຮຽນຈົບວິຊາຊີບແລ້ວແຕ່ບໍ່ທັນມີວຽກເຮັດເທື່ອ, ຜູ້ທີ່ຫ້າວຫັນໃນການພັດທະນາຊຸມຊົນ ແລະ ມີທ່າແຮງໃນການຊຸກຍູ້ການມີສ່ວນຮ່ວມ ຂອງກຸ່ມຄົນເພດທີສາມ, ຮັກຮ່ວມເພດ, ຊົນເຜົ່າ, ແມ່ຍິງ ແລະ ຊຸມຊົນພິການໃຫ້ມີສ່ວນຮ່ວມໃນກິດຈະກຳທາງສັງຄົມ. ອົງການ ຂອງພວກເຮົາ ບໍ່ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຕ້ອງເວົ້າພາສາອັງກິດໄດ້. ບໍ່ຈຳເປັນຕ້ອງມີພື້ນ ຖານໃນການນຳໃຊ້ຄອມພີວເຕີ ຫລື ສີນລະປະ.


ການສະໝັກ:


ກະລຸນາໃຫ້ຂໍ້ມູນຂ້າງລຸ່ມນີ້ເພື່ອໃຫ້ພວກເຮົາຮູ້ກ່ຽວກັບຄວາມສົນໃຈແລະຄວາມຕັ້ງໃຈຂອງທ່ານທີ່ຈະເຂົ້າຮ່ວມໃນການຝຶກອົບຮົມການເລົ່າເລື່ອງດິຈິຕອລນີ້. ສະ ໝັກ ໄດ້ທີ່ ehussey@iri.org ພາຍໃນວັນທີ 30 ສິງຫາ 2019 ເວລາ 5:00 ໂມງແລງ.

ຄາດຫວັງຜົນໄດ້ຮັບ

ການຝຶກອົບຮົມກ່ຽວກັບການເລົ່າເລື່ອງຜ່ານສື່ດີຈີຕໍ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ວິທີການນຳໃຊ້ການເລົ່າເລື່ອງ ໃຫ້ ເປັນເຄື່ອງມື ໃນການລົງໂຄສະນາເຜີຍແຜ່. ບົດເລື່ອງຂອງຜູ້ເຂົ້າຮ່ວມຈະເລັ່ງໃສ່ການສະທ້ອນໃຫ້ເຫັນເຖີງຄວາມແຕກຕ່າງ ແລະ ແບບແຜນ ການດຳລົງຊີວີດຂອງຊຸມຊົນຕ່າງໆຢູ່ລາວ, ໂດຍສະເພາະແມ່ນປະສົບການຂອງແຕ່ລະບຸກຄົນໃນການຂ້າມຜ່ານອຸປະ ສັກໃນການ ມີສ່ວນຮ່ວມ. ໃນໄລຍະການຝຶກອົບຮົບຮົມ 5 ວັນນີ້ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ດັ່ງຕໍ່ໄປນີ້:


  • ສົນທະນາປຶກສາຫາລື ເຖີງບົດບາດຂອງຕົນເອງ ແລະ ບົດບາດຂອງຊຸມຊົນຢູ່ລາວ;
  • ຖ່າຍຮູບພາບປະສົບການຕົວຈິງໃນການເຮັດວຽກກັບຊຸມ ຊົນຕ່າງໆຢູ່ໃນລາວ ລວມທັງບັນດາບ້ານທີ່ຢູ່ຫ່າງໄກສອກຫລີກ, ເພື່ອມາເປັນເນື້ອໃນພາບປະຈັກຕາໃນການສ້າງບົດເລື່ອງດີຈີຕໍ;
  • ຮຽນຮູ້ວິທີການຈັດລຽງເລື່ອງ ແລະ ການເລົ່າເລື່ອງແບບກະທັດ ຮັດ ແລະ ມີປະສິດທິຜົນ; ແລະ
  • ເກັບກຳບັນທຶກເລື່ອງລາວຂອງບຸກຄົນ ແລະ ນຳໃຊ້ຊອບແວ ໃນການດັດແກ້ຮູບພາບ

ຫລັງຈາກຈົບການຝຶກອົບຮົມ, ຜູ້ເຂົ້າຮ່ວມຈະໄດ້ສືບຕໍ່ສ້າງບົດເລື່ອງດີຈີຕໍ ດ້ວຍຕົນເອງ ໂດຍການຕື່ມເນື້ອໃນຫົວຂໍ້ເພີ້ມເຕີມຈາກຊຸມຊົນຂອງຕົນ ເອງ. ຫລັງຈາກນັ້ນຜຸ້ເຂົ້າຮ່ວມກໍຈະໄດ້ເຂົ້າຮ່ວມໃນງານວາງສະແດງຮູບ ພາບຂອງບົດເລື່ອງ (ສຳລັບວັນເວລາແມ່ນຈະໄດ້ກຳນົດພາຍຫລັງ) ການ ວາງສະແດງ ຮູບພາບຂອງບົດເລື່ອງຈະປະກອບມີຮູບພາບນີ້ງ ຂອງຜູ້ເຂົ້າ ຮ່ວມ ລວມທັງບົດເລື່ອງດີຈີຕໍ.

ຄັດຕິດເອກະສານ