Civil Society Laos, all Lao CSOs in one place

ແຜນງານຝຶກອົບຮົມພາສາອັງກິດຟີຣສຳລັບຄົນພິການ

Capacity Development Opportunity

Information of the organizer

ຊື່ອົງກອນ
laos australia institute
ປະເພດອົງກອນ
Development Partner
ຊື່ຜູ້ຕິດຕໍ່
ສະຖາບັນລາວອົດສະຕຣາລີ
ທີ່ຢູ່ອີເມລ໌
ເບີຕິດຕໍ່
+85620 55025577

Information about the capacity development opportunity

Topic of CD to provide (Organizational Development)
Teambuilding, Communication, Leadership management
Title
ແຜນງານຝຶກອົບຮົມພາສາອັງກິດຟີຣສຳລັບຄົນພິການ
Type of CD Opportunity
ຝຶກອົບຮົມ
Period
May 1, 2020 ຈົນຮອດ June 1, 2020
Province
Vientiane
ສະຖານທີ່
vientiane Capital
ລາຍລະອຽດ

ແຜນ​ງານ​ຝຶກ​ອົບ​ຮົມ ເພື່ອການພັດທະນາແບບມີສ່ວນຮ່ວມສຳ​ລັບຄົນທີ່ມີຄວາມພິການ ເຊິ່ງລວມເຖິງ ການຍົກລະດັບ​ຄວາມ​ສາ​ມາດດ້ານພາສາອັງກິດ ເພື່ອປະໂຫຍດຂອງອົງກອນ ແລະ ສ່ວນບຸກຄົນ. ແຜນ​ງານນີ້ໄດ້ສ້າງ​ຂື້ນ ເພື່ອ​ໃຫ້​ບັນ​ລຸ​ຈຸດ​ປະ​ສົງ ດ້ານການສຶກສາ ແລະ ທັກສະ ສຳລັບຄົນທີ່ມີຄວາມພິການ, ​ຍົກ​ລະ​ດັບຄວາມສາມາດຂອງອົງກອນທີ່ເຮັດວຽກ ແລະ ເຄື່ອນໄຫວ ຕາງໜ້າຄົນທີ່ມີຄວາມພິການ ແລະ ສະໜັບສະໜູນ ເປົ້າໝາຍ ຍຸດທະສາດ ໃນການພັດທະນາ ຂອງລັດຖະບານອົດສະຕຣາລີ ໃນປີ 2015 – 2020.

ແຜນ​ງານດັ່ງກ່າວ  ມີຈຸດປະສົງເພື່ອເພີ່ມທັກສະດ້ານພາສາອັງກິດ  ເພື່ອການພັດທະນາແບບມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ  ໂດຍເນັ້ນໜັກໃສ່ ການນຳໃຊ້ພາສາອັງກິດທົ່ວໄປ ໃນບ່ອນເຮັດວຽກ.

​ແຜນ​ງານນີ້ແມ່ນສຳລັບ ຄົນທີ່ມີຄວາມພິການ ຫຼື ຜູ້ທີ່ເຮັດວຽກໃນຂະແໜງການພັດທະນາຂອງຄົນທີ່ມີຄວາມພິການ. ພວກເຮົາສົ່ງເສີມແມ່ຍິງ ແລະ ຜູ້ທີ່ມາຈາກຕ່າງແຂວງໃຫ້ເຂົ້າ​ຮ່ວມສະໝັກ. ສຳລັບຜູ້ທີ່ມີຄວາມພິການ ເຮົາຈະພິຈາລະນາເປັນພິເສດໃນການໃຫ້ຄວາມຊ່ວຍເຫຼືອດ້ານການຮຽນ (ພາຍໃຕ້ເງື່ອນ ໄຂການຊ່ວຍເຫຼືອທີ່ສົມເຫດຜົນ).

​ແຜນ​ງານນີ້ ແມ່ນຈະ​ຈັດ​ຂື້ນເປັນ​ເວ​ລາ 5 ອາທິດ. ​ສຳ​ລັບຕາ​ຕະ​ລາງຮຽນ ແມ່ນຈະຖືກ​ຕົກ​ລົງ​ຈາກຜູ້ສະໝັກທີ່ໄດ້ຮັບຄັດເລືອກ, ເຊິ່ງວ່າ ການຮຽນ​ນີ້ຄາດວ່າ​ແມ່ນຈະມີທຸກໆອາທິດ (5ມື້/ອາທິດ).

ໄລຍະການຮຽນຈະເລີ່ມໃນເດືອນ ພຶດສະພາ 2020 ແລະ ສິ້ນສຸດໃນເດືອນ ມິຖຸນາ 2020.

ເງື່ອນໄຂຂອງການສະໝັກ:

  1. ເປັນພົນລະເມືອງລາວ ແລະ ອາໄສຢູ່ພາຍໃນປະເທດລາວ, ອາຍຸ 18ປີ ຂຶ້ນໄປ.
  2. ເປັນບຸກຄົນທີ່ມີຄວາມພິການ ຫຼື ຜູ້ທີ່ເຮັດວຽກໃນຂະແໜງການຂອງຄົນພິການ.
  3. ສາມາດມາເຂົ້າຮ່ວມໂຄງການໄດ້ຕະຫຼອດໄລຍະເວລາຂອງການຮຽນ, ອາດຈະຕ້ອງໄດ້ຂໍອະນຸຍາດໃນການລາພັກວຽກ ຫຼື ພັກຮຽນ, ຖ້າຕ້ອງການ ທາງແຜນ​ງານເຮົາ​ສາ​ມາດ​ໃຫ້​ການຊ່ວຍເຫຼືອໃນການຂໍອະນຸຍາດລາພັກໄດ້.

ເງື່ອນໄຂໃນການຄັດເລືອກ:

  1. ມີຄວາມຮູ້ດ້ານພາສາອັງກິດໃນລະດັບປານກາງ (higher elementary or above), ທ່ານອາດຖືກເລືອກເຂົ້າໄປເສັງວັດລະດັບພາສາອັງກິດ ທີ່ Vientiane College.
  2. ສະແດງໃຫ້ເຫັນວ່າທ່ານມີຄວາມກະຕືລືລົ້ນໃນການຮຽນຮູ້ພາສາອັງກິດ ເພື່ອຈຸດປະສົງໃນການພັດທະນາແບບມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ.
  3. ສະແດງໃຫ້ເຫັນວ່າທ່ານມີແຜນໃນ​ການຮຽນພາສາອັງກິດຄັ້ງ​ນີ້.
  4. ສະແດງໃຫ້ເຫັນວ່າໃນປັດຈຸບັນທ່ານກຳລັງປະກອບສ່ວນໃນການພັດທະນາແບບມີສ່ວນຮ່ວມຂອງຄົນທີ່ມີຄວາມພິການຢູ່ລາວ; ຫຼື
  5. ສະແດງໃຫ້ເຫັນວ່າທ່ານມີແຜນທີ່ຈະປະກອບສ່ວນໃນຂະແໜງການພັດທະນາແບບມີສ່ວນຮ່ວມຂອງຄົນທີ່ມີຄວາມພິການໃນອະນາຄົດ.

ຂັ້ນຕອນໃນການຄັດເລືອກ: ແບບຟອມການສະໝັກຈະເປີດຕັ້ງແຕ່ວັນທີ 11 ກຸມພາ 2020 ເຖິງ 1 ມີນາ 2020.

ຂັ້ນຕອນທີ1: ຜູ້ສະໝັກຈະຕ້ອງສົ່ງແບບຟອມທີ່ມີຂໍ້ມູນຄົບຖ້ວນ ໃຫ້ທາງສະຖາບັນລາວອົດສະຕຣາລີ (ສົ່ງຜ່ານອີເມວ ຫຼື ສົ່ງເອກະສານໂດຍກົງ).

   ຂັ້ນຕອນທີ2: ຈະມີການສອບເສັງວັດລະດັບພາສາອັງກິດໃນເດືອນມີນາ (ສຳລັບຜູ້ສະໝັກທີ່ໄດ້ຮັບການຄັດເລືອກ).

ຂັ້ນຕອນທີ3: ອາດຈະມີການໂທສຳພາດ ຫຼື ສຳພາດແບບສ່ວນບຸກຄົນ ໃນເດືອນມີນາ (ສຳລັບຜູ້ສະໝັກທີ່ໄດ້ຮັບການຄັດເລືອກ).

   ຂັ້ນຕອນທີ4: ຜູ້ສະໝັກທີ່ຜ່ານຮອບສຸດທ້າຍຂອງການຄັດເລືອກຈະຖືກແຈ້ງຜ່ານອີເມວໃນວັນທີ 30 ເມສາ 2020.

ສົ່ງແບບຟອມການສະໝັກ ກ່ອນ 5ໂມງແລງ ໃນວັນອາທິດ ທີ 1 ມີນາ 2020 ໂດຍຜ່ານທາງ:

  • ອີເມລ: infohrd@laosaustraliainstitute.org ຫຼື
  • ຜ່ານໄປສະນີຂອງສະຖາບັນລາວ-ອົດສະຕຣາລີ, ຕູ້ ປ.ນ 121, ນະຄອນຫຼວງວຽງຈັນ ຫຼື
  • ສົ່ງໂດຍກົງທີ່ສະຖານບັນລາວ-ອົດສະຕຣາລີ, ຖະໜົນເສດຖາທິຣາດ, ບ້ານຊຽງຍືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ (ຕໍ່ໜ້າວັດຫໍພະແກ້ວ)

ຜູ້ສະໝັກທີ່ມີຄວາມບົກພ່ອງໃນການເບິ່ງເຫັນ, ກະລຸນາຕິດຕໍ່ໂດຍກົງຫາພະນັກງານຂອງທາງສະຖາບັນລາວ-ອົດສະຕຣາລີ ( ໂທ: +85620 55025577 ຫຼື ອີເມວ: infohrd@laosaustraliainstitute.org) ເພື່ອທີ່ເຮົາຈະຊ່ວຍໃນການຕື່ມແບບຟອມ ແລະ ສອບຖາມໃນເລື່ອງອື່ນໆ.

ພາສາ
English
ແປພາສາ
Cost (if any)
free
ມາດຕະຖານຂອງຜູ້ເຂົ້າຮ່ວມ (ກຸ່ມເປົ້າໝາຍ)

ເງື່ອນໄຂໃນການຄັດເລືອກ:

  1. ມີຄວາມຮູ້ດ້ານພາສາອັງກິດໃນລະດັບປານກາງ (higher elementary or above), ທ່ານອາດຖືກເລືອກເຂົ້າໄປເສັງວັດລະດັບພາສາອັງກິດ ທີ່ Vientiane College.
  2. ສະແດງໃຫ້ເຫັນວ່າທ່ານມີຄວາມກະຕືລືລົ້ນໃນການຮຽນຮູ້ພາສາອັງກິດ ເພື່ອຈຸດປະສົງໃນການພັດທະນາແບບມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ.
  3. ສະແດງໃຫ້ເຫັນວ່າທ່ານມີແຜນໃນ​ການຮຽນພາສາອັງກິດຄັ້ງ​ນີ້.
  4. ສະແດງໃຫ້ເຫັນວ່າໃນປັດຈຸບັນທ່ານກຳລັງປະກອບສ່ວນໃນການພັດທະນາແບບມີສ່ວນຮ່ວມຂອງຄົນທີ່ມີຄວາມພິການຢູ່ລາວ; ຫຼື
  5. ສະແດງໃຫ້ເຫັນວ່າທ່ານມີແຜນທີ່ຈະປະກອບສ່ວນໃນຂະແໜງການພັດທະນາແບບມີສ່ວນຮ່ວມຂອງຄົນທີ່ມີຄວາມພິການໃນອະນາຄົດ.

ຂັ້ນຕອນໃນການຄັດເລືອກ: ແບບຟອມການສະໝັກຈະເປີດຕັ້ງແຕ່ວັນທີ 11 ກຸມພາ 2020 ເຖິງ 1 ມີນາ 2020.

ຂັ້ນຕອນທີ1: ຜູ້ສະໝັກຈະຕ້ອງສົ່ງແບບຟອມທີ່ມີຂໍ້ມູນຄົບຖ້ວນ ໃຫ້ທາງສະຖາບັນລາວອົດສະຕຣາລີ (ສົ່ງຜ່ານອີເມວ ຫຼື ສົ່ງເອກະສານໂດຍກົງ).

   ຂັ້ນຕອນທີ2: ຈະມີການສອບເສັງວັດລະດັບພາສາອັງກິດໃນເດືອນມີນາ (ສຳລັບຜູ້ສະໝັກທີ່ໄດ້ຮັບການຄັດເລືອກ).

ຂັ້ນຕອນທີ3: ອາດຈະມີການໂທສຳພາດ ຫຼື ສຳພາດແບບສ່ວນບຸກຄົນ ໃນເດືອນມີນາ (ສຳລັບຜູ້ສະໝັກທີ່ໄດ້ຮັບການຄັດເລືອກ).

   ຂັ້ນຕອນທີ4: ຜູ້ສະໝັກທີ່ຜ່ານຮອບສຸດທ້າຍຂອງການຄັດເລືອກຈະຖືກແຈ້ງຜ່ານອີເມວໃນວັນທີ 30 ເມສາ 2020.

ຄາດຫວັງຜົນໄດ້ຮັບ

ຄັດຕິດເອກະສານ