ກອງປະຊຸມວິຊາການແລກປ່ຽນຮຽນຮູ້ກ່ຽວກັບສິ່ງພົ້ນເດັ່ນ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດກິດຈະກຳຂອງໂຮງຮຽນ ແລະ ການມີສ່ວນຮ່ວມຂອງຊຸມຊົນ,ອົງການຈັດຕັ້ງທາງສັງຄົມ ໃນການພັດທະນາການສຶກສາຂອງເມືອງໄຊ

ກອງປະຊຸມວິຊາການແລກປ່ຽນຮຽນຮູ້ກ່ຽວກັບສິ່ງພົ້ນເດັ່ນ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດກິດຈະກຳຂອງໂຮງຮຽນ ແລະ ການມີສ່ວນຮ່ວມຂອງຊຸມຊົນ,ອົງການຈັດຕັ້ງທາງສັງຄົມ ໃນການພັດທະນາການສຶກສາຂອງເມືອງໄຊ

ໃນວັນທີ 20 ກຸມພາ 2020 ຜ່ານມາ ສະມາຄົມຄົນພິການສາຂາແຂວງອຸດົມໄຊໄດ້ຮ່ວມກັບຫ້ອງການສຶກສາເມືອງໄຊ, ແຂວງອຸດົມໄຊ ຈັດກອງປະຊຸມວິຊາການ ແລກປ່ຽນຮຽນຮູ້ກ່ຽວກັບສິ່ງພົ້ນເດັ່ນ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດກິດຈະກຳຂອງໂຮງຮຽນ ແລະ ການມີສ່ວນຮ່ວມຂອງຊຸມຊົນ, ອົງການຈັດຕັ້ງທາງສັງຄົມ ໃນການພັດທະນາການສຶກສາຢູ່ເມືອງໄຊ.

ໃນກອງປະຊຸມມີຜູ້ເຂົ້າຮ່ວມທັງໝົດ 107 ທ່ານ, ຍິງ 28 ທ່ານ, ໃນນິ້ຕ່າງໜ້າອົງການຈັດຕັ້ງສັງຄົມ 6 ທ່ານ, ຊຸມຊົນ 74 ທ່ານ (ຄະນະການສຶກສາຂັ້ນບ້ານ ແລະ ຄູອາຈານ ມາຈາກບ້ານຫ່າງໄກສອກຫລີກພາຍໃນເມືອງໄຊ) ແລະ ພາກລັດ 23 ທ່ານ.

ຜ່ານການເຂົ້າຮ່ວມຜູ້ເຂົ້າໄດ້ມີການຖອດຖອນບົດຮຽນ, ແລກປ່ຽນຮຽນຮູ້ປະສົບການ, ມີຄວາມເຂົ້າໃຈພາລະບົດບາດຂອງແຕ່ລະພາກສ່ວນ, ພ້ອມຍັງເປັນການສ້າງເງື່ອນໄຂໃຫ້ແຕ່ລະພາກສ່ວນໄດ້ເປັນຄູ່ຮ່ວມງານທີ່ດີ ສະແດງອອກ ໃນບົດສຳພາດຈາກຜູ້ເຂົ້າຮ່ວມດັ່ງລຸ່ມນີ້:

  1. ຜູ້ເຂົ້າຮ່ວມຈາກອົງການຈັດຕັ້ງສັງຄົມ (ສະມາຄົມຄົນພິການສາຂາແຂວງໄຊຍະບູລີ): ຂ້າພະເຈົ້າຮູ້ສຶກດີໃຈ ເປັນຄັ້ງທຳອິດທີ່ເພິ່ນເຊີນມາຮ່ວມກອງປະຊຸມຄັ້ງນິ້, ຂ້າພະເຈົ້າໄດ້ຮຽນຮູ້ຈາກຜູ້ເຂົ້າຮ່ວມນຳກັນ ໂດຍສະເພາະບັນຫາຂົງເຂດວຽກງານການສຶກສາ, ນອກຈາກນິ້ຂ້າພເຈົ້າຍັງໄດ້ຄູ່ຮ່ວມງານໃໝ່ ເຊິ່ງກອງປະຊຸມຄັ້ງນິ້ຖືກເປັນເວທີທີ່ດີສຳລັບຂ້າພະເຈົ້າ ໂອກາດໜ້າກໍຢາກໃຫ້ຈັດກອງປະຊຸມແບບນິ້ອີກຄັ້ງ.
  2. ຜູ້ເຂົ້າຮ່ວມຈາກຄະນະພັດທະນາການສຶກສາຂັ້ນບ້ານ (ບ້ານຕາງກົກ): ພວກຂ້າພະເຈົ້າຕ່າງໜ້າຈາກບ້ານ ແລະ ໂຮງຮຽນມາເຂົ້າຮ່ວມກອງປະຊຸມຄັ້ງນິ້ມີ 4 ທ່ານ, ເປັນກອງປະຊຸມທີ່ດີ ເຊິ່ງເຮັດໃຫ້ພວກເຮົາໄດ້ແລກປ່ຽນບົດຮຽນກັບບ້ານ/ຮຮ ອື່ນ ພ້ອມທັງໄດ້ເຫັນບັນຫາ ແລະ ໄດ້ບົດຮຽນຈາກ ຮຮ ແຫ່ງອື່ນໃນການຈັດຕັ້ງປະຕິບັດກິດຈະກຳພາຍໃນ ຮຮ, ເປັນເວທີທີ່ດີ ໂອກາດໜ້າກໍຢາກໃຫ້ມີກອງປະຊຸມແບບນິ້ອີກຄັ້ງ. ເພື່ອຈະໄດ້ແລກປ່ຽນບົດຮຽນ ຮຽນຮູ້ເຊິ່ງກັນແລະ ກັນ ເພື່ອຊ່ວຍເຫລືອກັນໃນການປະກອບສ່ວນພັດທະນາປະເທດຂອງພວກເຮົາ.