ອົງກອນ Cord (ຂອດ) ປະຈໍາ ສປປ ລາວ ລົງເກັບກໍາການປະເມີນຂີນຄວາມສາມາດຂອງອົງກອນ ຢູ່ ຊຽງຂວາງ

ອົງກອນ Cord (ຂອດ) ປະຈໍາ ສປປ ລາວ ລົງເກັບກໍາການປະເມີນຂີນຄວາມສາມາດຂອງອົງກອນ ຢູ່ ຊຽງຂວາງ

ໃນວັນທີ 28 ກຸມພາ ຫາ ວັນທີ 2 ພຶດສະພາ 2022 ທີ່ຜ່ານມາ, ທີ່ໂຮງແຮມແສງສະຫວັນ, ແຂວງ ຊຽງຂວາງ. ອົງກອນ ຂອດ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມຕອບແບບສອບຖາມການປະເມີນຂີດຄວາມສາມາດຂອງອົງກອນພາຍຫຼັງການຝຶກອົບຮົມຂອງແຜນງານ ເຊກ້າ. ໂດຍໃຫ້ ກຽດເຂົ້າຮ່ວມຈາກທັງໝົດ 6 ສະມາຄົມຈາກຊຽງຂວາງປະກອບມີ: ສະຫະກອນກະສິກໍາອິນຊີ ເມືອງແປກ ແຂວງຊຽງຂວາງ , ກຸ່ມພະລິດຝຸ່ນບົວຊີວະພາບ ບ້ານພັນ ແຂວງຊຽງຂວາງ,  ສະມາຄົນ ອະນຸລັກຊັບພະຍາກອນທໍາມະຊາດສິ່ງແວດລ້ອມ ແລະ ການພັດທະນາຊຸມຊົນ, ສະມາຄົມ ຄົນພິການ ແຫ່ງຊາດ ສາຂາແຂວງຊຽງຂວາງ , ສະມາຄົມ ເຂົ້າໄກ່ນ້ອຍ ແລະ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາແຂວງຊຽງຂວາງ.

ເນື້ອໃນການປະເມີີນຂີດຄວາມສາມາດແມ່ນຊ່ວຍໃຫ້ເຂົ້າໃຈ ແລະ ເສີມສ້າງຄວາມສາມາດທີ່ຈໍາເປັນໃນການພັດທະນາຄວາມສາມາດຂອງອົງກອນ, ອອກແບບແຜນການພັດທະນາຂີດຄວາມສາມາດຂອງຜູ້ເຂົ້າຝຶກອົບຮົມ, ຊ່ວຍຮັບປະກັນຂີດຄວາມສາມາດທີ່ຈໍາເປັນສໍາລັບການການດໍາເນີນໂຄງການ ແລະ ຊ່ວຍລະບຸປັດໃຈທີ່ສົ່ງຜົນຕໍ່ຄວາມປ່ຽນແປງໄດ້ຢ່າງຊັດເຈນ ນໍາໄປສູ່ການວາງແຜນພັດທະນາຂີດຄວາມສາມາດທີ່ມີປະສິດທິຜົນ.

ການປະຊຸມຄັ້ງນີ້ບັນດາສະມາຄົມໄດ້ສະແດງເຖິງຜົນທີ່ໄດ້ຮັບຈາກການເຂົ້າຝຶກອົບຮົມດັ່ງກ່າວຂອງແຜນງານ ເຊກ້າ ທີ່ໄດ້ດໍາເນີນແຕ່ປີ 2020 ຫາປະຈຸບັນ (2022), ເຊິ່ງໄດ້ເຈາະເລິກເລື່ອງການພັດທະນາຂອງບຸກຄົນພາຍໃນອົງກອນ ແລະ ການພັດທະນາຂອງອົງກອນ, ສິ່ງທີ່ຕ້ອງປັບປຸງຂອງອົງກອນ, ຫົວຂໍ້ທີ່ບັນດາສະມາຄົມຢາກຮຽນຮູ້ເພື່ອພັດທະນາຄວາມສາມາດຂອງຕົນ ແລະ ການຈັດຕັ້ງປະຕິບັດໂຄງການ, ປັບປຸງ, ປະຕິບັດ ສົນທະນາຄວາມຮູ້ສຶກ, ທົບທວນຄວາມຄືບໜ້າຂອງໂຄງການ, ປະສົບການທີ່ໄດ້ເຂົ້າຮ່ວມການຝຶກອົບຮົມ ແລະ ການນໍາໃຊ້ຄວາມຮູ້ເຂົ້າໃນວຽກພາຍໃນສະມາຄົມ.