ໂຄງການຊ່ວຍເຫຼືອໂດຍກົງ ຫຼື Direct Aid Program (DAP)

Call for Proposal

Call For Proposal Information

Title
ໂຄງການຊ່ວຍເຫຼືອໂດຍກົງ ຫຼື Direct Aid Program (DAP)
Description

                         ຂໍເຊີນຍື່ນບົດສະເໜີຂໍທຶນໂຄງການ

ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ຂໍເຊີນທ່ານຍື່ນບົດສະເໜີຂໍທຶນຈາກໂຄງການ ຊ່ວຍເຫຼືອໂດຍກົງ ຫຼື Direct Aid Program ສຳລັບສົກປີ 2018-2019. ໂຄງການ DAP ແມ່ນ ໃຫ້ການສະໜັບສະໜູນ ທຶນຊວ່ຍເຫລືອລ້າ ສຳຫລັບກິດຈະກຳດ້ານການພັດທະນາ, ບໍລິຫານກອງທຶນໂດຍສະຖານທູດອົດສະຕຣາລີປະຈຳ ສປປລາວ. ໂຄງການ DAP ແມ່ນ ແນໃສ່ການສະໜັບສະໜູນ ໂຄງການທີ່ຈະສົ່ງເສີມດ້ານການພັດທະນາແຜນການຊວ່ຍເຫລຶອ ຂອງອົດສະຕາລີ ໃຫ້ກວ້າງຂວາງຂື້ນຕື່ມ, ສົ່ງເສີມການມີສ່ວນຮ່ວມ ດ້ານການພັດທະນາເສດຖະກິດແບບຍືນຍົງ ແລະ ໂຄງການກ່ຽວກັບການຫລຸດຜ່ອນຄວາມທຸກຍາກ. ຄະນະກຳມະການກອງທືນຈະພິຈາລະນາພິເສດ ສຳລັບໂຄງການດັ່ງຕໍ່ໄປນີ້: • ສົ່ງເສີມການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ, ການພັດທະນາເສດຖະກິດ-ສັງຄົມແບບຢືນຍົງ ແລະ ມີການຈັດຕັ້ງປະຕິບັດໄປຕາມຂົງ ເຂດບຸລິມະສິດຂອງ ໂຄງການຊ່ວຍເຫຼືອເພື່ອການພັດທະນາຂອງອົດສະຕຣາລີ ເຊັ່ນ ດ້ານການສຶກສາ, ສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ, ໂຄງການສົ່ງເສີມ ແລະ ພັດທະນາການຄ້າ ແລະ ພາກເອກະຊົນ • ໂຄງການທີ່ແນໃສ່ ການພັດທະນາຊາວໜຸ່ມ, ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງດ້ານພາວະຜູ້ນຳ • ກ່ຽວຂ້ອງການກັບສິ່ງປະດິດໃໝ່ໆດ້ານການແກ້ໄຂ ແລະ ຮັກສາສິ່ງແວດລ້ອມ • ສົ່ງເສີມໃຫ້ມີການແລກປ່ຽນດ້ານການສຶກສາ ແລະວັດທະນະທຳ ລວມໄປເຖິງ ເພີ່ມທະວີສາຍພົວພັນຂອງຄົນໃນສັງຄົມ, ແລະ • ສະໜັບສະໜູນກຸ່ມຄົນທີ່ດ້ອຍໂອກາດ ລວມທັງ ຄົນພິການ, ຜູ້ອາວຸໂສ ທຸກຊົນເຜົ່າ. ສະຖານທູດອົດສະຕຣາລີ ຍິນດີ ພິຈາລະນາ ບົດສະເໝີໂຄງການທີ່ຍື່ນໂດຍ ຄູ່ຮ່ວມພັດທະນາເຮັດວຽກກັບ ອາດີດນັກສຶກສາທີີ່ຈົບຈາກອົດສະຕຣາລີ ທີ່ເຮັດວຽກຢູ່ໃນ ສປປລາວ ຫຼື ອົງການບໍ່ຫວັງຜົນກຳໄລ ແລະ ຈາກພາກເອກະຊົນຕ່າງໆ. ບົດສະເໜີໂຄງການຕອ້ງລະບຸຈຸດປະສົງ ແລະ ເປົ້າໝາຍທີ່ຈະໄດ້ຮັບໃຫ້ລະອຽດ ແລະ ຈະແຈ້ງ. ທືນຂອງແຕ່ລະໂຄງການແມ່ນບໍ່ເກີນ AUD60,000. ກ່ອນຈະຍື່ນຄຳຮ້ອງຂໍທືນໂຄງການ, ສະຖານທູດອົດສະຕຣາລ ຂໍເຊີນຊວນບັນດາທ່ານອ່ານຂໍ້ກຳນົດຕ່າງໆຂອງທືນນີ້ໃຫ້ລະອຽດ ໄດ້ທີ່ ເວບໄຊ:  www.laos.embassy.gov.au ບົດສະເໜີໂຄງການຈະບໍ່ຖືກພິຈະລະນາ ຖ້າຈຸດປະສົງບໍ່ສອດຄ່ອງກັບ ຂໍ້ກຳນົດຂອງທືນດ່ັງກ່າວ. ສະຖານທູດຈະຕິດຕໍ່ຄືນຫາ ແຕ່ໂຄງການທີ່ໄດ້ຮັບທຶນຂອງໂຄງການເທົ່ານັ້ນ. ກະລຸນາ ສົ່ງຄຳຮ້ອງຂອງທ່ານເຖິງ ສະຖານທູດອົດສະຕຮາລີ, ຢູ່ນະຄອນຫຼວງວຽງຈັນ ບໍ່ໃຫ້ກາຍ ວັນຈັນ ທີ 12 ຕຸລາ 2018, ທາງອີເມວ ໄດ້ທີ່ Vientiane.DAP@dfat.gov.au  ຫຼື ສົ່ງເຖິງຫ້ອງການສະຖານທູດ ອົດສະຕຣາລີ, ຕັ້ງຢູ່ຖະໜົນທ່າເດື່ອ ຫຼັກ 4, ບ້ານວັດນາກ, ນະຄອນຫຼວງວຽງຈັນ, ຫລື ສົ່ງທາງໄປສະນີ ຕູ້ ປ.ນ 292, ນະຄອນຫຼວງວຽງຈັນ. ສອບຖາມຂໍ້ມູນເພີ່ມຕື່ມ ໄດ້ທີ່ ສະຖານທູດອົດສະຕຮາລີ ໂທລະສັບ +856 21 353 800 ຫຼື ທາງງອີເມວ Vientiane.DAP@dfat.gov.au
Name of Organization
Australian Embassy
Deadline
October 12, 2018
Sectors
Agriculture, Forestry & Fisheries, Community Development, Education, Health Care, Human Resources Development, Social Development
Who Eligible

ຜູ້ສົນໃຈທັງຫມົດ

Eligible Activities

• ສົ່ງເສີມການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ, ການພັດທະນາເສດຖະກິດ-ສັງຄົມແບບຢືນຍົງ ແລະ ມີການຈັດຕັ້ງປະຕິບັດໄປຕາມຂົງ ເຂດບຸລິມະສິດຂອງ ໂຄງການຊ່ວຍເຫຼືອເພື່ອການພັດທະນາຂອງອົດສະຕຣາລີ ເຊັ່ນ ດ້ານການສຶກສາ, ສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ, ໂຄງການສົ່ງເສີມ ແລະ ພັດທະນາການຄ້າ ແລະ ພາກເອກະຊົນ
• ໂຄງການທີ່ແນໃສ່ ການພັດທະນາຊາວໜຸ່ມ, ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງດ້ານພາວະຜູ້ນຳ
• ກ່ຽວຂ້ອງການກັບສິ່ງປະດິດໃໝ່ໆດ້ານການແກ້ໄຂ ແລະ ຮັກສາສິ່ງແວດລ້ອມ
• ສົ່ງເສີມໃຫ້ມີການແລກປ່ຽນດ້ານການສຶກສາ ແລະວັດທະນະທຳ ລວມໄປເຖິງ ເພີ່ມທະວີສາຍພົວພັນຂອງຄົນໃນສັງຄົມ, ແລະ
• ສະໜັບສະໜູນກຸ່ມຄົນທີ່ດ້ອຍໂອກາດ ລວມທັງ ຄົນພິການ, ຜູ້ອາວຸໂສ ທຸກຊົນເຜົ່າ.

Available Funding

AU$5,000 – AU$60,000

Source URL
Contact Person
Australian Embassy
Telephone