ແຜນງານຝຶກອົບຮົມ ເພື່ອການພັດທະນາແບບມີສ່ວນຮ່ວມສຳລັບຄົນທີ່ມີຄວາມພິການ ເຊິ່ງລວມເຖິງ ການຍົກລະດັບຄວາມສາມາດດ້ານພາສາອັງກິດ ເພື່ອປະໂຫຍດຂອງອົງກອນ ແລະ ສ່ວນບຸກຄົນ. ແຜນງານນີ້ໄດ້ສ້າງຂື້ນ ເພື່ອໃຫ້ບັນລຸຈຸດປະສົງ ດ້ານການສຶກສາ ແລະ ທັກສະ ສຳລັບຄົນທີ່ມີຄວາມພິການ, ຍົກລະດັບຄວາມສາມາດຂອງອົງກອນທີ່ເຮັດວຽກ ແລະ ເຄື່ອນໄຫວ ຕາງໜ້າຄົນທີ່ມີຄວາມພິການ ແລະ ສະໜັບສະໜູນ ເປົ້າໝາຍ ຍຸດທະສາດ ໃນການພັດທະນາ ຂອງລັດຖະບານອົດສະຕຣາລີ ໃນປີ 2015 – 2020.
ແຜນງານດັ່ງກ່າວ ມີຈຸດປະສົງເພື່ອເພີ່ມທັກສະດ້ານພາສາອັງກິດ ເພື່ອການພັດທະນາແບບມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ ໂດຍເນັ້ນໜັກໃສ່ ການນຳໃຊ້ພາສາອັງກິດທົ່ວໄປ ໃນບ່ອນເຮັດວຽກ.
ແຜນງານນີ້ແມ່ນສຳລັບ ຄົນທີ່ມີຄວາມພິການ ຫຼື ຜູ້ທີ່ເຮັດວຽກໃນຂະແໜງການພັດທະນາຂອງຄົນທີ່ມີຄວາມພິການ. ພວກເຮົາສົ່ງເສີມແມ່ຍິງ ແລະ ຜູ້ທີ່ມາຈາກຕ່າງແຂວງໃຫ້ເຂົ້າຮ່ວມສະໝັກ. ສຳລັບຜູ້ທີ່ມີຄວາມພິການ ເຮົາຈະພິຈາລະນາເປັນພິເສດໃນການໃຫ້ຄວາມຊ່ວຍເຫຼືອດ້ານການຮຽນ (ພາຍໃຕ້ເງື່ອນ ໄຂການຊ່ວຍເຫຼືອທີ່ສົມເຫດຜົນ).
ແຜນງານນີ້ ແມ່ນຈະຈັດຂື້ນເປັນເວລາ 5 ອາທິດ. ສຳລັບຕາຕະລາງຮຽນ ແມ່ນຈະຖືກຕົກລົງຈາກຜູ້ສະໝັກທີ່ໄດ້ຮັບຄັດເລືອກ, ເຊິ່ງວ່າ ການຮຽນນີ້ຄາດວ່າແມ່ນຈະມີທຸກໆອາທິດ (5ມື້/ອາທິດ).
ໄລຍະການຮຽນຈະເລີ່ມໃນເດືອນ ພຶດສະພາ 2020 ແລະ ສິ້ນສຸດໃນເດືອນ ມິຖຸນາ 2020.
ເງື່ອນໄຂຂອງການສະໝັກ:
ເງື່ອນໄຂໃນການຄັດເລືອກ:
ຂັ້ນຕອນໃນການຄັດເລືອກ: ແບບຟອມການສະໝັກຈະເປີດຕັ້ງແຕ່ວັນທີ 11 ກຸມພາ 2020 ເຖິງ 1 ມີນາ 2020.
ຂັ້ນຕອນທີ1: ຜູ້ສະໝັກຈະຕ້ອງສົ່ງແບບຟອມທີ່ມີຂໍ້ມູນຄົບຖ້ວນ ໃຫ້ທາງສະຖາບັນລາວອົດສະຕຣາລີ (ສົ່ງຜ່ານອີເມວ ຫຼື ສົ່ງເອກະສານໂດຍກົງ).
ຂັ້ນຕອນທີ2: ຈະມີການສອບເສັງວັດລະດັບພາສາອັງກິດໃນເດືອນມີນາ (ສຳລັບຜູ້ສະໝັກທີ່ໄດ້ຮັບການຄັດເລືອກ).
ຂັ້ນຕອນທີ3: ອາດຈະມີການໂທສຳພາດ ຫຼື ສຳພາດແບບສ່ວນບຸກຄົນ ໃນເດືອນມີນາ (ສຳລັບຜູ້ສະໝັກທີ່ໄດ້ຮັບການຄັດເລືອກ).
ຂັ້ນຕອນທີ4: ຜູ້ສະໝັກທີ່ຜ່ານຮອບສຸດທ້າຍຂອງການຄັດເລືອກຈະຖືກແຈ້ງຜ່ານອີເມວໃນວັນທີ 30 ເມສາ 2020.
ສົ່ງແບບຟອມການສະໝັກ ກ່ອນ 5ໂມງແລງ ໃນວັນອາທິດ ທີ 1 ມີນາ 2020 ໂດຍຜ່ານທາງ:
ຜູ້ສະໝັກທີ່ມີຄວາມບົກພ່ອງໃນການເບິ່ງເຫັນ, ກະລຸນາຕິດຕໍ່ໂດຍກົງຫາພະນັກງານຂອງທາງສະຖາບັນລາວ-ອົດສະຕຣາລີ ( ໂທ: +85620 55025577 ຫຼື ອີເມວ: infohrd@laosaustraliainstitute.org) ເພື່ອທີ່ເຮົາຈະຊ່ວຍໃນການຕື່ມແບບຟອມ ແລະ ສອບຖາມໃນເລື່ອງອື່ນໆ.