ຄູ່ມືແນະນຳການຈຳກັດບໍລິເວນຢູ່ສະຖານທີ່ພັກເຊົາ ແລະການຕິດຕາມຕົນເອງ ຈາກພະຍາດໂຄວິດ-19(Self Quarantine and Self-Monitoring)

Resource

Title of Document
ຄູ່ມືແນະນຳການຈຳກັດບໍລິເວນຢູ່ສະຖານທີ່ພັກເຊົາ ແລະການຕິດຕາມຕົນເອງ ຈາກພະຍາດໂຄວິດ-19(Self Quarantine and Self-Monitoring)
Subtitle
ຄູ່ມືແນະນຳການຈຳກັດບໍລິເວນຢູ່ສະຖານທີ່ພັກເຊົາ ແລະການຕິດຕາມຕົນເອງ ຈາກພະຍາດໂຄວິດ-19(Self Quarantine and Self-Monitoring)
Author
CSWG
Publisher
Mr khamhack
Date Of Publication
March 25, 2020
Language
lao
Descriptions
ຄູ່ມືແນະນຳການຈຳກັດບໍລິເວນຢູ່ສະຖານທີ່ພັກເຊົາ ແລະການຕິດຕາມຕົນເອງ(Self Quarantine and Self-Monitoring) ຈາກພະຍາດໂຄວິດ-19
ຄໍາແນະນຳເພີ້ມເຕີມ ການຈຳກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນເອງ ໃນໄລຍະ 14 ວັນ
ຂັ້ນຕອນໃນ ການຈຳກັດບໍລິເວນຢູ່ສະຖານທີ່ພັດເຊົາຂອງຕົນເອງມີດັ່ງນີ້:

  1. ວັດແທກ ອຸນຫະພູມຮ່າງກາຍ ສອງເທື່ອ ຕໍ່ມື້ (ເຊົ້າ-ແລງ), ສັງເກດຕົນເອງວ່າມີການໄຂ້,ໄອ ຫຼື ຫາຍໃຈຍາກ ແລະ ອາການອື່ນໆ (ພ້ອມທັງໝາຍໃສ່ຕາຕະລາງໃນການຕິດຕາມ ອາການ ແລະ ອຸ່ນຫະພູມຮ່າງກາຍ)
  2. ຢູ່ແຕ່ໃນສະຖານທີ່ພັກເຊົາຂອງຕົນເອງເທົ່ານັ້ນ (ເຮືອນ, ໂຮງແຮມ, ຫໍພັກ, ສະຖານທີ່ ທີ່ຖືກຈັດກຽມໄວ້) ເປັນເວລາ 14 ວັນ, ໃຫ້ມີຜູ້ສົ່ງອາຫານ ແລະ ນໍ້າໃຫ້ຢູ່ໜ້າຫ້ອງ.
  3. ບໍ່ໃຫ້ເດີນທາງໄປຂ້າງນອກ, ບໍ່ໃຫ້ໃກ້ຊິດກັບຄົນອື່ນ ໂດຍບໍ່ໄດ້ຮັບການອະນຸຍາດ
  4. ຖ້າວ່າບໍ່ມີຫ້ອງເປັນຂອງຕົນເອງ ໃຫ້ຈັດສັນບໍລິເວນພັກເຊົາຂອງຕົນເອງ ໃຫ້ຫ່າງຈາກຄົນອ້ອມຂ້າງ ຢ່າງໜ້ອຍ 2 ແມັດ ແລະ ບໍ່ໃຫ້ໃຊ້ເຄື່ອງຂອງປະປົນກັບຄົນອື່ນ.
  5. ເປີດປ່ອງຢ້ຽມ ເພື່ອລະບາຍອາກາດໃຫ້ຫ້ອງຖ່າຍເທ.
  6. ໜັ່ນລ້າງມືໃສ່ສະບູ ແລະ ນໍ້າສະອາດ ຫຼື ໃຊ້ເຈວລ້າງມືທີ່ມີສ່ວນປະສົມຂອງເຫຼົ້າ ແຕ່ 70%-95%
  7. ເວລາຮັກສາມາລະຍາດໃນການໄອ ແລະ ຈາມ ໃຫ້ອັດປາກ ແລະ ດັງດ້ວຍກົກແຂນ ຫຼື ໃຊ້ເຈ້ຍອະນາໄມ ແລະ ຖິ້ມເຈ້ຍອະນາໄມທີ່ໃຊ້ແລ້ວໃສ່ຖັງຂີ້ເຫຍື້ອທັນທີ.
  8. ຖ້າວ່າຮູ້ສືກບໍ່ສະບາຍ ມີ ໄຂ້, ໄອ ຫຼື ມີບັນຫາລະບົບຫາຍໃຈ ຫຼືມີຄວາມຕ້ອງການ ການບໍລິການທາງການແພດ ອື່ນໆ ແມ່ນໃຫ້ໂທປຶກສາ ສາຍດ່ວນ 166 ຫຼື +856 20 5406 6777 ພ້ອມທັງເລົ່າປະຫວັດການເດີນທາງມາແຕ່ເຂດສ່ຽງໃຫ້ທ່ານໝໍຢ່າງລະອຽດ.
  9. ພາຍຫຼັງຕິດຕາມຄົບກຳນົດ 14 ວັນ ແລະ ບໍ່ມີອາການຜິດປົກກະຕິຫຍັງແມ່ນສາມາດອອກໄປເຄື່ອນໄຫວດຳເນີນວຽກປະຈຳວັນຕາມປົກກະຕິ.

Keywords
ຕິດຕາມການປ້ອງກັນພະຍາດໂຄວິດ-19