ເຊີນອົງການຈັດຕັ້ງສັງຄົມເຂົ້າຮ່ວມກອງປະຊຸມເຜີຍແຜ່ໃນການຂຽນບົດສະເໜີຂໍທຶນ CEGGA

Event

Information Of Organizer

Organizer of the event
Cord laos
Types of Events
Workshop
Contact organizer
Manininh
Email Address
Telephone
030 5151 009
Date Post
January 8, 2020

Information About the Event

Title of event
ເຊີນອົງການຈັດຕັ້ງສັງຄົມເຂົ້າຮ່ວມກອງປະຊຸມເຜີຍແຜ່ໃນການຂຽນບົດສະເໜີຂໍທຶນ CEGGA
Event detail
ສະບາຍດີບັນດາສະມາຊິກອົງການຈັດຕັ້ງທາງສັງຄົມ,
ຄະນະຮັບຜິດຊອບຈັດຕັ້ງກອງປະຊຸມຂໍອະນຸຍາດແຈ້ງອີກຄັ້ງດ້ວຍວ່າ ອົງການ GIZ ໂດຍແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວນກົດໝາຍ ຫລື CEGGA ໂດຍໃຫ້ການສະໜັບສະໜູນຮ່ວມກັນຈາກ ສະຫະພາບເອີຣົບ (EU), ການຮ່ວມມື ເຢຍລະມັນ (DE) ແລະ ການຮ່ວມມື ເພື່ອການພັດທະນາປະເທດສະວິສເຊີແລນ (SDC) ເຊິ່ງຈະເປີດ ຮັບບົດສະເໜີໂຄງການ ຄັ້ງທີ ສອງ ໂດຍເລີ່ມຕົ້ນດ້ວຍການຂຽນບົດສະເໜີແນວຄວາມຄິດຂອງໂຄງການເບື້ອງຕົ້ນ – ມີຄວາມຍິນດີຂໍເຊີນອົງການຈັດຕັ້ງສັງຄົມເຂົ້າຮ່ວມກອງປະຊຸມເຜີຍແຜ່ໃນການຂຽນບົດສະເໜີຂໍທຶນເຊິ່ງມີຈຸດປະສົງເພື່ອ:
  1. ນໍາສະເໜີກົນໄກກ່ຽວກັບທຶນຊ່ວຍເຫຼືອຂະຫນາດນ້ອຍ ຂອງອົງການ GIZ ໃນແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ.
  2. ອະທິບາຍ ແລະ ໃຫ້ການສະຫນັບສະຫນູນການພັດທະນາແນວຄວາມຄິດໂຄງການເບື້ອງຕົ້ນ ແລະ ພ້ອມດຽວກັນນັ້ນ ກໍ່ເປັນເວທີໃນການຕອບຂໍ້ຄົງຄ້າງໃນການຍືນຂໍທືນ ແລະ ການຊ່ວຍເຫຼືອ.
  3. ແນະນໍາຂະບວນການການປະເມີນຄວາມຕ້ອງການຂອງຊຸມຊົນແບບມີສ່ວນຮ່ວມ.

ສືບເນື່ອງຈາກການປະກາດຮັບບົດສະເໜີຂໍທຶນ ຂອງແຜນງານ CEGGAກອງປະຊຸມເຜີຍແຜ່ຂໍ້ມູນກ່ຽວກັບການໃຫ້ທຶນຈະຈັດຂື້ນແບ່ງເປັນ 3 ຄັ້ງ ໃນ 3 ແຂວງ:ພາກກາງ  ແລະ ພາກເໜືອພາກໃຕ້  ເຊິ່ງລາຍລະອຽດມີດັ່ງລຸ່ມນີ້:
  •  ນະຄອນຫລວງວຽງຈັນ : ສະຖານທີປະຊຸມໂຮງແຮມ ວຽງຈັນ ພລາຊ່າ; ວັນພະຫັດ – ວັນສຸກ ເຊິ່ງກົງກັບວັນທີ 23-24 ເດືອນ ມັງກອນ, 2020ສຳລັບຜູ້ທີ່ຕ້ອງການຢືນຢັນການເຂົ້າຮ່ວມກອງປະຊຸມ ກະລຸນາແຈ້ງຊ້າສຸດບໍ່ໃຫ້ກາຍວັນທີ 17  ເດືອນມັງກອນນີ້, 2020 ນິ້.
  • ສໍາລັບ ນະຄອນຫລວງພະບາງ ແລະ ນະຄອນຈໍາປາສັກ ທາງຄະນະຈັດຕັ້ງກອງປະຊຸມມີແຜນຈະຈັດ ໃນອາທິດສຸດທ້າຍຂອງ ເດືອນດຽວກັນ ເປັນເວລາ  2 ວັນ ເຊິ່ງສະຖານທີປະຊຸມ, ວັນ ແລະ ເວລາແມ່ນຈະແຈ້ງໃຫ້ຊາບຕາມພາຍຫລັງ ແລະ ອີງຕາມການພິດຈາລະນາຈໍານວນການຍືນຍັນຂອງຜູ້ເຂົ້າຮ່ວມຕົວຈິງ ສະນັ້ນ ສຳລັບຜູ້ທີ່ຕ້ອງການຢືນຢັນການເຂົ້າຮ່ວມກອງປະຊຸມ ຢູ່ 2 ແຂວງດັ່ງກ່າວແມ່ນກະລຸນາແຈ້ງມາດ້ວຍ.

  • ສໍາລັບການລົງທະບຽນການເຂົ້າຮ່ວມ: ກະລຸນາຕິດຕໍ່ຜູ້ປະສານງານ ແລະ ຢືນຢັນການເຂົ້າຮ່ວມ: ນ. ມະນີນິນ ສີຫາພົມ
  • ອີເມລ: msihaphom@cord.org.uk ແລະ ໂທ ( 030 5151 009);

ຄູ່ມືສໍາລັບການໃຫ້ທຶນຂະໜາດນ້ອຍ ຂອງແຜນງານ CEGGA, ແຜນພັບ ແລະ ແຜນປ້າຍໂຄສະນາ ຄັດຕິດມາພ້ອມນີ້.
  1. ຄູ່ມືສໍາລັບການໃຫ້ທຶນຂະໜາດນ້ອຍ ຂອງແຜນງານ CEGGA ດາວໂລດບ່ອນນິ້/CEGGA Small Grants Guideline (LAO) _draft 21 June 2019 Last updated-Lar-Ning-Lar
  2. ແຜນພັບ ແລະ ແຜນປ້າຍໂຄສະນາ (ພາສາລາວ) ດາວໂລດບ່ອນນິ້/brochure lao
  3. ແຜນພັບ ແລະ ແຜນປ້າຍໂຄສະນາ (ພາສາອັງກິດ/English) ດາວໂລດບ່ອນນິ້/Brochure English
ລາຍລະອຽດການຕິດຕໍ່: ຕິດຕໍ່ຜູ້ປະສານງານກ່ຽວພັນກັບກົນໄກທຶນຂະໜາດນ້ອຍຂອງແຜນງານ CEGGA  ທີ່ ອີເມລ: cegga-smallgrants@giz.de ແລະ ໂທ: 021 316651-3. ຕິດຕໍ່ເພື່ອຢືນຢັນການເຂົ້າຮ່ວມກອງປະຊຸມ: ນ. ມະນີນິນ ສີຫາພົມ:  ທີ່ ອີເມລ: msihaphom@cord.org.uk ແລະ ໂທ: 030 5151 009;
Province
Vientiane
Venue
  •  ນະຄອນຫລວງວຽງຈັນ : ສະຖານທີປະຊຸມໂຮງແຮມ ວຽງຈັນ ພລາຊ່າ; ວັນພະຫັດ – ວັນສຸກ ເຊິ່ງກົງກັບວັນທີ 23-24 ເດືອນ ມັງກອນ, 2020ສຳລັບຜູ້ທີ່ຕ້ອງການຢືນຢັນການເຂົ້າຮ່ວມກອງປະຊຸມ ກະລຸນາແຈ້ງຊ້າສຸດບໍ່ໃຫ້ກາຍວັນທີ 17  ເດືອນມັງກອນນີ້, 2020 ນິ້.
  • ສໍາລັບ ນະຄອນຫລວງພະບາງ ແລະ ນະຄອນຈໍາປາສັກ ທາງຄະນະຈັດຕັ້ງກອງປະຊຸມມີແຜນຈະຈັດ ໃນອາທິດສຸດທ້າຍຂອງ ເດືອນດຽວກັນ ເປັນເວລາ  2 ວັນ ເຊິ່ງສະຖານທີປະຊຸມ, ວັນ ແລະ ເວລາແມ່ນຈະແຈ້ງໃຫ້ຊາບຕາມພາຍຫລັງ ແລະ ອີງຕາມການພິດຈາລະນາຈໍານວນການຍືນຍັນຂອງຜູ້ເຂົ້າຮ່ວມຕົວຈິງ ສະນັ້ນ ສຳລັບຜູ້ທີ່ຕ້ອງການຢືນຢັນການເຂົ້າຮ່ວມກອງປະຊຸມ ຢູ່ 2 ແຂວງດັ່ງກ່າວແມ່ນກະລຸນາແຈ້ງມາດ້ວຍ.
Language
Lao
Translation
Cost
free
Criteria of Participants (target groups)

ອົງການຈັດຕັ້ງສັງຄົມທີ່ລົງທະບຽນແລ້ວ ແລະ ຖືກຕ້ອງຕາມກົດໝາຍ

Lao CSOs that Registered

Period
January 23, 2020 to January 24, 2020