Civil Society Laos, all Lao CSOs in one place

ບັນດາ CSOs ທີ່ຢູ່ພາຍ ໃນປະເທດ ທີ່ຊ່ຽວຊານໃນຫຼາກຫຼາຍ ຂະແໜງການ ພ້ອມແລ້ວທີ່ຈະເຜີຍແຜ່ ຄວາມອາດສາມາດ ທີ່ມີປະສິດທິພາບ ທາງດ້ານຈັດສັນລະ ບົບວຽກງານ ແລະ ເຮັດກິດຈະກຳ ສ້າງຄວາມອາດ ສາມາດຂອງ ເຂົາເຈົ້າໃຫ້ແກ່ກຸ່ມເປົ້າໝາຍ.

ຜູ້ຊົມໃຊ້ (Users) ທີ່ຢູ່ໃນລາວ ສາມາດເຂົ້າຮ່ວມກິດ ຈະກຳສ້າງ ຄວາມອາດສາມາດ ຕ່າງໆ ທີ່ອົງການຜູ້ໃຫ້ຄວາມຮູ້ (Providers) ຈັດຂື້ນ ແລະ ການເຂົ້າຮ່ວມຂອງຜູ້ຊົມ ໃຊ້ນີ້ກໍ່ຍັງເຮັດໃຫ້ອົງ ການຜູ້ໃຫ້ຄວາມຮູ້ໄດ້ ມີໂອກາດສຶກສາຄວາມ ຕ້ອງການຂອງຜູ້ຊົມໃຊ້ ແລະ ຄວາມເປັນ ໄປໄດ້ຂອງການຮ່ວມມືລະຫວ່າງ ທັງສອງຝ່າຍໃນອານາຄົດ. ການຮ່ວມມືກັນນີ້ ຈະສາມາດເຮັດໃຫ້ ທັງສອງຝ່າຍໄດ້ເຮັດ ວຽກໄກ້ຊິດກັນຫຼາຍຂື້ນ ແລະ ຜົນດີຂອງການ ທີ່ໄດ້ເຮັດວຽກໄກ້ຊິດ ກັນນີ້ຍັງເຮັດ ໃຫ້ທັງສອງຝ່າຍສາມາດ ພັດທະນາກິດຈະກຳ ໃໝ່ໆທີ່ມີປະສິດທິພາບ ເພື່ອເຂົ້ານຳໃຊ້ໃນ ການພັດທະນາຊຸມຊົນ ຫຼື ອົງການຂອງຕົນ ໃຫ້ມີຄຸນນະພາບທີ່ດີກວ່າເກົ່າ.

ຜູ້ຊົມໃຊ້ ສາມາດ ຊອກຫາຂໍ້ມູນ ທີ່ກ່ຽວກັບ ກິດຈະກຳສ້າງຄວາມອາດສາມາດ ຕ່າງໆໄດ້ໃນ Website ນີ້ ແລະ ຖ້າຜູ້ຊົມ ໃຊ້ໃດສົນໃຈໃນກິດ ຈະກຳໃໜຶ່ງ ທ່ານກໍ່ສາມາດຕິດຕໍ່ ສອບຖາມໂດຍຜ່ານທາງ website ນີ້ໄດ້ເລີຍ.