Civil Society Laos, all Lao CSOs in one place

ອົງການ ຈັດຕັ້ງງທາງສັງຄົມ ໄດ້ມີສ່ວນຮ່ວມແລະສະໜັບ ສະໜູນຢ່າງມີປະສິດຕິພາບຂຶ້ນ ໃນຂົງເຂດຕ່າງໆຄື ໃນສັງຄົມທົ່ວໄປ, ພາກລັດແລະພາກເອກະຊົນ.

ຜ່ານການ ກໍ່ຕັ້ງຂອງກຸ່ມ ເຮັດວຽກເພື່ອອົງ ການຈັດຕັ້ງທາງສັງຄົມ (CSO Working Group) ເພື່ອປະສິດທິຜົນ ຂອງການຊ່ວຍ ເຫຼືອນັ້ນຈະຊ່ວຍພັດທະນາຄວາມຮູ້ຄວາມ ສາມາດຂອງອົງການ ຈັດຕັ້ງທາງສັງຄົມ ໃຫ້ມີສ່ວນຮ່ວມ ໃນຂະບວນການລະດັບຊາດ ແລະລະດັບພາກ ພື້ນຕ່າງໆ

ນອກຈາກນັ້ນ, ໂຄງການນີ້ຍັງໄດ້ຈັດການເຜີຍ ແຜ່ຂໍ້ມູນແລະກອງ ປະຊຸມດ້ານຍຸດທະສາດ ກ່ຽວກັບຖະແຫຼງ ການວຽງຈັນ (Vientiane Declaration) ແລະຫຼັກການສຳ ຄັນຈາກວາລະອັກຄະຣາ (Accra Agenda)

ບັນດາອົງ ການຈັດຕັ້ງທາງ ສັງຄົມໃນລາວກໍ່ໄດ້ນຳ ໃຊ້ຄວາມຮູ້ຂອງ ຕົນຜ່ານສາຍສຳ ພັນກັນອົງກອນ ພາກລັດເພື່ອຊ່ວຍ ໃນການປະຕິບັດ ແນວທາງນະໂຍບາຍ.

ໂຄງການນີ້ ຈະເພີ່ມສັກກະຍະພາບ ຂອງອົງການຈັດຕັ້ງທາງ ສັງຄົມໃຫ້ມີ ການປະກອບສ່ວນຢ່າງ ຫ້າວຫັນໃນກອງ ປະຊຸມປຶກສາຫາລືດ້ານນະໂຍບາຍ ເປັນຕົ້ນແມ່ນວຽກງານ ສະເພາະດ້ານແລະກອງ ປະຊຸມໂຕະມົນ (the Sector Working Groups and the Round Table process.)
ຈະສ້າງຄວາມເຂັ້ມແຂງ ໃນການມີສ່ວນ ຮ່ວມຂອງອົງການຈັດ ຕັ້ງທາງສັງຄົມໃນ ກອງປະຊຸມພາກປະຊາ ຄົມອາຊຽນເພື່ອຊ່ວຍ ພັດທະນາຄວາມ ເຂັ້ມແຂງໃຫ້ສະມາຄົມ ບໍ່ຫວັງຜົນ ກຳໄລໃນລາວແລະ ສ້າງຊື່ສຽງໃຫ້ ປະເທດລາວໃນລະດັບພາກພື້ນ