Civil Society Laos, all Lao CSOs in one place

ກອງປະຊຸມວິຊາການແລກປ່ຽນຮຽນຮູ້ວຽກງານດ້ານໂພຊະນາການລະຫວ່າງອົງການຈັດຕັ້ງທາງສັງຄົມ ແລະ ຄູ່ຮ່ວມງານພາກລັດຢູ່ແຂວງຫລວງພະບາງ

ກອງປະຊຸມວິຊາການແລກປ່ຽນຮຽນຮູ້ວຽກງານດ້ານໂພຊະນາການລະຫວ່າງອົງການຈັດຕັ້ງທາງສັງຄົມ ແລະ ຄູ່ຮ່ວມງານພາກລັດຢູ່ແຂວງຫລວງພະບາງ

ໃນວັນທີ 28 ມີນາ 2019 ຢູ່ທີຫ້ອງປະຊຸມພະແນກສາທາລະນະສຸກແຂວງຫລວງພະບາງ, ອົງການຈັດຕັ້ງທາງສັງຄົມຢູ່ແຂວງຫລວງພະບາງໄດ້ຈັດກອງປະຊຸມແລກປ່ຽນວິຊາການແລກປ່ຽນຮຽນຮູ້ວຽກງານດ້ານໂພຊະນາການກັບພາກລັດ.ຜ່ານການແລກປ່ຽນ ແລະ ສົນທະນາໄດ້ເຮັດໃຫ້ຜູ້ເຂົ້າຮ່ວມທີ່ມາຈາກສະມາຄົມບໍ່ຫວັງຜົນກຳໄລໄດ້ເຂົ້າໃຈບຸລິມະສີດ, ຍຸດທະສາດ ໂດຍສະເພາະແມ່ນ 22 ມາດຕະການທີ່ເປັນບຸລິມະສິດຂອງວຽກງານໂພຊະນາການ ຂອງລັດຖະບານ ແລະ ເພື່ອເຮັດໃຫ້ອົງການຈັດຕັ້ງສັງຄົມສາມາດດັດປັບແຜນງານ ກິດຈະກໍາຂອງຕົນ ເຂົ້າໃນການປະກອບສ່ວນການຈັດຕັ້ງປະຕິບັດຍຸດທະສາດໂພຊະນາການດັ່ງກາວ ຂອງແຂວງຫຼວງພະບາງ


ກອງປະຊຸມວິຊາການແລກປ່ຽນຮຽນຮູ້ວຽກງານດ້ານໂພຊະນາການລະຫວ່າງຄູ່ຮ່ວມງານພາກລັດ, ສະມາຄົມບໍ່ຫວັງຜົນກຳໄລ ແລະ ຄູ່ຮ່ວມພັດທະນາອື່ນແມ່ນກິດຈະກຳນຶ່ງທີ່ນອນໃນຜົນຄາດຫວັງທີ່ສອງ ຂອງໂຄງການຄອນເນັກ ຊິ່ງໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີລົບ.