Civil Society Laos, all Lao CSOs in one place

ສະມາຄົມຄົນພິການ ສາຂາແຂວງຊຽງຂວາງຈັດກິດຈະກຳການມອບເຄື່ອງມືເພີ່ມພູນຜະລິດຜົນໃຫ້ແກ່ 3 ໂຮງຮຽນໃນເມືອງຄຳ

ສະມາຄົມຄົນພິການ ສາຂາແຂວງຊຽງຂວາງຈັດກິດຈະກຳການມອບເຄື່ອງມືເພີ່ມພູນຜະລິດຜົນໃຫ້ແກ່ 3 ໂຮງຮຽນໃນເມືອງຄຳ

ໃນວັນທີ 15 ມີຖຸນາ 2020 ຜ່ານມານິ້ ສະມາຄົມຄົນພິການ ສາຂາແຂວງຊຽງຂວາງໄດ້ຈັດກິດຈະກຳການມອບເຄື່ອງມືເພີ່ມພູນຜະລິດຜົນໃຫ້ແກ່ 3 ໂຮງຮຽນໃນເມືອງຄຳຂຶ້ນ ກິດຈະກຳໄດ້ຈັດຂຶ້ນທີ່ໂຮງຮຽນປະຖົມສົມບູນລ້ອງລ້ານ ແລະ ໜອງໃໝ່, ແລະ ໃນຕອນແລງຂອງວັນດັ່ງກ່າວກໍໄດ້ຈັດຂຶ້ນທີ່ໂຮງຮຽນປະຖົມສົມບູນຊາຍນາດູ່, ຜູ້ເຂົ້າຮ່ວມກິດຈະກຳຄັ້ງນິ້ປະກອບມີ ທ່ານພົມມາ ສີພັນທອງ ຮອງຫົວໜ້າສຶກສາ ແລະ ກິລາເມືອງຄຳ, ທ່ານຈັດນາ ສີບຸນເຮືອງ, ຄະນະບໍລິຫານສະມາຄົມຄົນພິການສາຂາແຂວງຊຽງຂວາງ ນອກນິ້ຍັງມີຜູ້ຕ່າງຫນ້າໂຄງການ, ຄະນະພັດທະນາການສຶກສາຂັ້ນບ້ານ, ພະນັກງານສະມາຄົມຄົນພິການສາຂາແຂວງຊຽງຂວາງ, ບັນດາຄູອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ອຸປະກອນເຄື່ອງມືເພີ່ມພູນຜະລິດຜົນທີ່ນຳມາມອບຄັ້ງນິ້ປະກອບມີບົວຫົດສ່ວນຜັກ, ຕາໜ່າງອ້ອມຮົ້ວສ່ວນຜັກ, ຈົກ, ຊ້ວນ, ສຽມ, ແນວພັນພືດຜັກ, ໂພສເຕີໂຄສະນາທຸງອາຫານ ແລະ ປື້ມຕຳລາການຮຽນການສອນ.

ຫລັງຈາກໄດ້ຮັບເຄື່ອງຊ່ວຍເຫລືອແລ້ວຕ່າງໜ້າຄູອາຈານທັງ 3 ໂຮງຮຽນໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການມາຊ່ວຍເຫລືອຄັ້ງນິ້