Civil Society Laos, all Lao CSOs in one place

ສະມາຄົມພັດທະນາທັກສະຊີວິດຮ່ວມກັບແນວລາວສ້າງຊາດນະຄອນຫລວງ ແລະ ອົງການຄອດ ປະຈຳລາວ ຈັດກິດຈະກຳສົ່ງເສີມການອ່ານໃນໂຮງຮຽນ ຢູ່ເມືອງປາກງື່ມ

ສະມາຄົມພັດທະນາທັກສະຊີວິດຮ່ວມກັບແນວລາວສ້າງຊາດນະຄອນຫລວງ ແລະ ອົງການຄອດ ປະຈຳລາວ ຈັດກິດຈະກຳສົ່ງເສີມການອ່ານໃນໂຮງຮຽນ ຢູ່ເມືອງປາກງື່ມ

ວັນທີ 17 ມີຖຸນາ 2020 ຜ່ານມາ ສະມາຄົມພັດທະນາທັກສະຊີວິດຮ່ວມກັບແນວລາວສ້າງຊາດນະຄອນຫລວງ ແລະ ອົງການຄອດ ປະຈຳລາວ ໄດ້ຈັດກິດຈະກຳສົ່ງເສີມການອ່ານໃນໂຮງຮຽນ ກິດຈະກຳໄດ້ຈັດຂຶ້ນຢູ່ໂຮງຮຽນປະຖົມສົມບູນບ້ານທ່າກົກໄຮ ແລະ ບ້ານຊຽງແລທ່າ, ເມືອງປາກງື່ມ ນະຄອນຫລວງວຽງຈັນ.

ຈຸດປະສົ່ງຂອງກິດຈຳກໍ່ເພື່ອເປັນການປູກຈິດສໍານຶກທີ່ດີໃນການຮັກການອ່ານໃຫ້ແກ່ເດັກນ້ອຍນັກຮຽນ,ເປັນການແລກປ່ຽນວິທີການສົ່ງເສີມການອ່ານທີ່ດີ ແລະ ເໝາະສົມສໍາລັບນັກຮຽນໂດຍສະເພາະນັກຮຽນຊົນເຜົ່າໃຫ້ມີສ່ວນຮ່ວມໃນການອ່ານເທົ່າທີ່ຈະຫຼາຍໄດ້ ໃນກິດຈະກຳນີ້ຈະນຳໃຊ້ວີທີການສົ່ງເສີມການອ່ານໂດຍການຈັດມຸມອ່ານເຄື່ອນທີ່: ໃສ່ພາເຂົ້າ, ໃສ່ກະຕ່າ, ຖົງ ເພື່ອໃຫ້ນັກຮຽນອ່ານຕາມຕູບຮຽນຮູ້ ຫຼື ກ້ອງຕົ້ນໄມ້ ແລະ ພ້ອມດຽວກັນນີ້ທາງສະມາຄົມຮ່ວມກັບຄຸ່ຮ່ວມພັດທະນາຍັງໄດ້ຈັດກິດຈະກໍາ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ 2020 ຕື່ມອີກ