Civil Society Laos, all Lao CSOs in one place

ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍຮ່ວມກັບແນວລາວສ້າງຊາດນະຄອນຫລວງວຽງຈັນ ແລະ ອົງການຄອດປະຈຳລາວຈັດກິດຈະກຳສົ່ງເສີມໂພຊະນາການໃນໂຮງຮຽນຢູ່ເມືອງຫາດຊາຍຟອງ

ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍຮ່ວມກັບແນວລາວສ້າງຊາດນະຄອນຫລວງວຽງຈັນ ແລະ ອົງການຄອດປະຈຳລາວຈັດກິດຈະກຳສົ່ງເສີມໂພຊະນາການໃນໂຮງຮຽນຢູ່ເມືອງຫາດຊາຍຟອງ

ໃນວັນທີ 10 ກໍລະກົດ 2020 ຜ່ານມາ ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍຮ່ວມກັບແນວລາວສ້າງຊາດນະຄອນຫລວງວຽງຈັນ ແລະ ອົງການຄອດປະຈຳລາວໄດ້ຈັດກິດຈະກຳສົ່ງເສີມໂພຊະນາການໃນໂຮງຮຽນຢູ່ໂຮງຮຽນປະຖົມສົມບູນບ້ານທ່ານາແລ້ງ ແລະ ບ້ານ ທ່າມ່ວງ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ຈຸດປະສົ່ງການຈັດກິດຈະກຳຄັ້ງນິ້ ກໍ່ເພື່ອເປັນການສົ່ງເສີມໃຫ້ເດັກມີຄວາມຮູ້ຄວາມເຂົ້າໃຈຕໍ່ຄວາມສຳຄັນຂອງວຽກງານໂພຊະການແຕ່ໄວຮຽນ ທັງເປັນການດຶງດູດໃຫ້ເດັກນ້ອຍໄປໂຮງຮຽນ ແລະ ຮຽນຢ່າງມີຄວາມມ່ວນຊືນ, ກິດຈະກຳສົ່ງເສີມໂພຊະນາການຄັ້ງນິ້ປະກອບມີ: ການດື່ມນົມບໍາລຸງຮ່າງກາຍ, ການຮັກສາອະນາໄມແຂ້ວໃຫ້ແຂງແຮງ, ການລ້າງມືໃສ່ສະບູ.