Civil Society Laos, all Lao CSOs in one place

ກຸ່ມບ້ານອາສາ ເພື່ອເດັກດ້ອຍໂອກາດ

Business

ກຸ່ມບ້ານອາສາ ເພື່ອເດັກດ້ອຍໂອກາດ

ປະເພດອົງກອນ ອົງການຈັດຕັ້ງຊຸມຊົນ
ປີສ້າງຕັ້ງ 2011
ຂອບເຂດການເຄື່ອນໄຫວ ນະຄອນຫລວງວຽງຈັນ
————–
ວິໄສທັດ

ໃຫ້ເດັກນ້ອຍທຸກຄົນເຂົ້າເຖິງສິດທິຂອງຕົນເອງທີ່ຄວນຈະໄດ້ຮັບ ແລະ ປົກປ້ອງເດັກນ້ອຍຈາກຄວາມສ່ຽງ ທີ່ຈະເກີດການລະເມີດສິດທິເດັກທຸກຮູບ ແບບບໍ່ວ່າຈະເປັນການເຈດຕະນາ ຫຼື ບໍ່ເຈດຕະນາ ຂອງຜູ້ໃຫຍ່ແລະສັງຄົມ.

ເປົ້າໝາຍຫລັກ

- ຈັດຝຶກອົບຮົມ ສິດທິເດັກ ແລະ ເຜີຍແຜ່ ກົດໝາຍຕ່າງໆ ຮ່ວມກັບເດັກນ້ອຍ / ຜູ້ປົກຄອງ ແລະ ຊຸມຊົນ;
- ສ້າງເຄືອຂ່າຍປົກປ້ອງເດັກ ແລະ ໃຫ້ຄວາມຮູ້ດ້ານສິດທິເດັກ ໃນສັງຄົມອອນລາຍ (Social Network);
- ເກັບກໍາຂໍ້ມູນເບື້ອງຕົ້ນ ໃນກໍລະນີ ມີພົນລະເມືອງດີແຈ້ງເຫດການ ທີ່ມີການລະເມີດສິດທິເດັກ ແລະ ຕ້ອງການຂໍຄວາມຊ່ວຍເຫຼືອ ຜ່ານ
ເຄືອຂ່າຍປົກປ້ອງເດັກ;
- ປະສານງານຫາໜ່ວຍງານທີ່ກ່ຽວຂ້ອງ ເພື່ອຊ່ວຍເຫຼືອເດັກເຄາະຮ້າຍທີ່ຕົກເປັນເຫຍື່ອຈາກການລະເມີດສິດທິເດັກ; ສະໜັບສະໜຸນ
ກິດຈະກຳນອກໂມງຮຽນ ແລະ ກິດຈະກຳວັນພັກຮຽນ ໃຫ້ແກ່ສະມາຊິກອາສາໃນໂຮງຮຽນ ແລະ ຊຸມຊົນຕ່າງໆ.

ຂະແໜງການ ການສ້າງຂີດຄວາມສາມາດ, ບົດບາດຍິງຊາຍ, ພັດທະນາຊຸມຊົນ, ສິດທິມະນຸດ
ກຸ່ມເປົ້າໝາຍ

ເດັກນ້ອຍອາຍຸ 18 ປີ ລົງມາ ໂດຍບໍ່ຈຳແນກ ເພດ ສາສະໜາ ສີຜິວ ຫຼື ເດັກພິການ ຢູ່ພາຍໃນຊຸມຊົນແລະໃນໂຮງ ຮຽນ

————–
ອຳນວຍການ
ຜູ້ປະສານງານຫລັກ

ທ້າວ ມອນດາລາ ແສງເຮືອງຮຸ່ງ, ຫົວໜ້າກຸ່ມ
ມືຖື (+856)-(020)-5805 8749

ຫ້ອງການ

ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ.
ໂທລະສັບ: (+856)-(030)-9767 180
ອີເມລ: moddengfaigroup@gmail.com